ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ການລະບາດຂອງພະຍາດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ທີ່ໄດ້ເກີດຂຶ້ນແຕ່ທ້າຍປີ 2019 ໄດ້ເພີ່ມທະວີຄວາມຮຸນແຮງ ແລະ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງໃນຫຼາຍປະເທດ.

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ຖະແຫຼງຂ່າວກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ໃນວັນທີ 12 ມີນາ 2020 ວ່າ: ຍ້ອນເຫັນໄດ້ຄວາມສ່ຽງເກີດການລະບາດ ແລະ ດ້ວຍຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງປະຊາຊົນມາກ່ອນ ສູນກາງພັກຈຶ່ງໄດ້ຊີ້ນຳຕໍ່ຄະນະຮັບຜິດຊອບຊີ້ນຳລະດັບຊາດ ການສະເຫຼີມສະຫຼອງວັນສຳຄັນຂອງພັກຂອງຊາດ ປະຈຳປີ 2020 ໃຫ້ຫຼີກລ່ຽງການຈັດກິດຈະກຳທີ່ມີການເຕົ້າໂຮມມວນຊົນເປັນຈຳນວນຫຼວງຫຼາຍ ທີ່ສ່ຽງຕໍ່ການຕິດ ແລະ ເກີດການລະບາດຂອງເຊື້ອພະຍາດ COVID-19.

ໃນນາມຕາງໜ້າໃຫ້ຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກຂອງຊາດ ປະຈຳປີ 2020 ຊີ້ແຈງ: ຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫຼວງວຽງຈັນໃນວັນທີ 20 ມີນາ (ຕາມແຜນເບື້ອງຕົ້ນ) ພ້ອມທັງສະເໜີຄະນະພັກອຳນາດການປົກຄອງທຸກລະດັບຍົກເລີກທຸກແຜນການທີ່ພົວພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 65 ປີ ແລະ ການສະເຫຼີມສະຫຼອງວັນດັ່ງກ່າວຈະໄດ້ປະຕິບັດຕາມແຜນດັ່ງນີ້: ຈັດລາຍການພິເສດໃນວັນທີ 22 ມີນາ 2020 ໂດຍສະຫາຍເລຂາທິການໃຫຍ່ປະທານປະເທດ ກ່າວຄຳປາໄສທາງໂທລະພາບ ວິທະຍຸ ແລະ ເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍ ໜັງສືພິມທາງການ ແລະ ສື່ສິ່ງພິມອື່ນໆຢ່າງກວ້າງຂວາງ ໃຫ້ມີການໂຄສະນາປຸກລະດົມ ແລະ ຍູ້ຂະບວນການວັນສ້າງຕັ້ງພັກ ຄົບຮອບ 65 ປີ ຜ່ານທາງສື່ມວນຊົນຕ່າງໆຢ່າງແຂງແຮງ ແລະ ຕໍ່ເນື່ອງດ້ວຍຮູບການຕ່າງໆ ເຊັ່ນ: ບົດຄວາມ ບົດຂ່າວ ສາລະຄະດີ ບົດເພງ ບົດສຳພາດ ບົດເລົ່າມູນເຊື້ອ ບົດວຽກດີຄົນເດັ່ນ ໂດຍໃຫ້ເລີ່ມແຕ່ດຽວນີ້ໄປຈົນຮອດເດືອນເມສາ 2020 ມີການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້ຕ່າງໆກ່ຽວກັບການນຳພາຂອງພັກຢ່າງເໝາະສົມ ຕາມເງື່ອນໄຂຕົວຈິງຢູ່ແຕ່ລະບ່ອນ ແຕ່ຕ້ອງເພີ່ມທະວີການກັ່ນກອງຜູ້ເຂົ້າຮ່ວມ ໂດຍກະກຽມບັນດາເຄື່ອງມື ແລະ ອຸປະກອນຮັບໃຊ້ຕ່າງໆທີ່ຈຳເປັນເຊັ່ນ: ນ້ຳຢາລ້າງມື ນ້ຳຢາຂ້າເຊື້ອ ແລະ ເຄື່ອງວັດອຸນຫະພູມ ໃຫ້ສືບຕໍ່ປັບປຸງຖະໜົນຫົນທາງຮັກສາຄວາມສະອາດປະດັບປະດາທຸງພັກ ທຸງຊາດ ທຸງທິວຕາມຕົວເມືອງສຳນັກງານ-ອົງການບ້ານເຮືອນປະຊາຊົນ ແລະ ຕິດຄຳຂວັນປຸກລະດົມຕ່າງໆໃຫ້ເປັນຂະບວນຟົດຟື້ນ.