ສ້າງຄວາມເຂັ້ມແຂງໃນວຽກງານຊັບສິນທາງປັນຍາ ໃຫ້ຂະແໜງທ້ອງຖິ່ນ

    ກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະ ເຝິກອົບຮົມການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ແຈ້ງຂໍ້ມູນລີຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາດ້ານບໍລິຫານ ຈັດຂຶ້ນວັນທີ 4-5 ມັງກອນ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມໂດຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຜູ້ຕາງໜ້າຈາກກົມ ພະແນກ ພະນັກງານຫຼັກແຫຼ່ງ ແລະ ຜູ້ປະກອບການເຂົ້າຮ່ວມ.

    ທ່ານ ພູຂົງ ບັນນະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງໃນວຽກງານຊັບສິນທາງປັນຍາ ໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການຕ່າງໆໄດ້ຮັບຮູ້ ເຂົ້າໃຈ ແລະ ເພື່ອເປັນການຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ ການປະດິດຄິດແຕ່ງ ເສດຖະກິດພູມປັນຍາ ການພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ຮັບປະກັນຜົນປະໂຫຍດອັນຊອບທໍາ ແລະ ຜົນປະໂຫຍດຂອງລັດ ສັງຄົມ ແນໃສ່ການສົ່ງເສີມການຄ້າ ການລົງທຶນ ແລະ ຄວາມອາດສາມາດໃນການແຂ່ງຂັນຕາມກົນໄກເສດຖະກິດຕະຫຼາດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

    ທ່ານ ນາງ ມາຄະ ຈັນທະລາ ກ່າວວ່າ: ເພື່ອຕອບສະໜອງຕໍ່ການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ແມ່ນມີຄວາມຮຽກຮ້ອງຕ້ອງການໃຫ້ມີການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິຜົນ ແລະ ມີຄວາມອາດສາມາດດ້ານການແຂ່ງຂັນ ເຊິ່ງເຄື່ອງມືອັນສຳຄັນອີກອັນໜຶ່ງ ກໍແມ່ນຊັບສິນທາງປັນຍາ ແລະ ມີຄວາມຈຳເປັນຢ່າງຍິ່ງ ໃນການສ້າງຄວາມອາດສາມາດ ຄວາມຊ່ຽວຊານຂອງຂະແໜງການໃນທ້ອງຖິ່ນ ສູ່ຜູ້ປະກອບການ ກໍຄືສັງຄົມ ເຊິ່ງກໍຄືບັນດາທ່ານທີ່ນັ່ງຢູ່ນະທີ່ນີ້ ຜູ້ເປັນສູນລວມຂອງທ້ອງຖິ່ນ ທີ່ຂັບເຄື່ອນຊັບສິນທາງປັນຍາ ຂັບເຄື່ອນເສດຖະກິດຂອງຊາດ. ນອກຈາກຈະໄດ້ທຳຄວາມເຂົ້າໃຈຂຶ້ນຕື່ມໃນຄວາມສຳຄັນຂອງວຽກງານຊັບສິນທາງປັນຍາແລ້ວ ຍັງຈະໄດ້ທຳການສຶກສາຮ່ວມກັນໃຫ້ລະອຽດຂຶ້ນອີກຂັ້ນໜຶ່ງ ເປັນຕົ້ນ: ການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກຳ ເຄື່ອງໝາຍການຄ້າ ຄຳສະເໜີແກ້ໄຂຂໍ້ຂັດແຍ່ງ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທັງການປ້ອນຂໍໍ້ມູນ ອັບໂຫຼດເອກະສານ ເຂົ້າໃນລະບົບ IPAS ອີກດ້ວຍ.

.

# ຂ່າວ – ພາບ :  ວຽງມາ

error: Content is protected !!