ກະຊວງໂຍທາທິການ ແລະ ຂົນສົ່ງ ປະກາດການຈັດຕັ້ງ

    ພິທີປະກາດ ການຈັດຕັ້ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຈັດຂຶ້ນວັນທີ 30 ທັນວາ 2021 ທີ່ກະຊວງດັ່ງກ່າວ ມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາທ່ານຫົວໜ້າ ຮອງຫວົຫນ້າກົມ ຫ້ອງການ ກອງ ສະຖາບັນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມໃນພິທີ.

   ໃນພິທີ ໄດ້ປະກາດແຕ່ງຕັ້ງສະຫາຍ ງາມປະສົງ ເມືອງມະນີ ເປັນຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົງ (ຍທຂ) ໃນພິທີ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໂອ້ລົມຕໍ່ພິທີບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ເຊິ່ງຈະຕ້ອງໄດ້ມີການປັບປຸງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ ແລະ ທັງເປັນການປຸກລະດົມໃຫ້ຖັນແຖວພະນັກງານໄດ້ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ ແນວຄິດ ການຈັດຕັ້ງ ຄຸນສົມບັດສິນທໍາປະຕິວັດ ແບບແຜນດໍາລົງຊີວິດ ແບບແຜນວິທີ່ນໍາພາປະຕິບັດວຽກງານ ເອົາໃຈໃສ່ຍົກລະດັບຄວາມຮູ້ໃຫ້ມີລະດັບອັນແນ່ນອນ ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຂັ້ນເທິງສູງຍິ່ງຂຶ້ນ.

    ສະນັ້ນ ສໍາລັບຜູ້ທີ່ບໍ່ທັນໄດ້ຮັບການແຕ່ງຕັ້ງໃນເທື່ອນີ້ ກໍຢ່າຟ້າວນ້ອຍໃຈເທື່ອ ໃຫ້ສືບຕໍ່ສ້າງຜົນງານ ແລະ ປັບປຸງຕົນເອງຂຶ້ນໄປເລື້ອຍໆ. ໃນໂອກາດເຂົ້າຮ່ວມພິທີປະກາດການຈັດຕັ້ງໃນຄັ້ງນີ້ ເປັນໄລຍະເວລາທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ວາລະແຫ່ງຊາດ 2 ສະບັບ ໂດຍສະເພາະແມ່ນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງມີກໍານົດເວລາປະຕິບັດຮອດປີ 2023 ເຊິ່ງໄດ້ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ທຸ່ມເທເສຍສະຫຼະ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຍິ່ງຂຶ້ນ.

error: Content is protected !!