ສຳເລັດກອງປະຊຸມວຽກງານຈັດຕັ້ງທົ່ວແຂວງສະຫວັນນະເຂດ

    ໃນທ້າຍເດືອນທັນວາ 2021 ຜ່ານມາ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມວຽກງານຈັດຕັ້ງທົ່ວແຂວງຂຶ້ນ ໂດຍເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ມີສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກການເມືອງ-ແນວຄິດ ວຽກພັກ-ພະນັກງານ ສະຫາຍ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກແຂວງ ສະຫາຍເລຂາຄະນະພັກ-ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ຮອງເລຂາພັກເມືອງ-ນະຄອນ ຫົວໜ້າຄະນະຈັດຕັ້ງເມືອງ-ນະຄອນ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ປັງປຸງກົງຈັກການຈັດຕັ້ງ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ຈາກນັ້ນ ຍັງໄດ້ຜ່ານມະຕິ ເລກທີ 04/ຄບສພ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ບົດປະກອບຄໍາເຫັນວຽກງານພົ້ນເດັ່ນຈາກພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ.

    ໃນຕອນທ້າຍ ສະຫາຍເລຂາຄະນະບໍລິຫານງານພັກແຂວງ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນໍາບາງວຽກງານທີ່ສຳຄັນ ແລະ ຮີບດ່ວນຈໍານວນໜຶ່ງຕໍ່ຜູ້ແທນກອງປະຊຸມ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ ແລະ ທັນກັບສະພາບການ ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນເຕັມ ດ້ວຍບັນຍາກາດອັນອົບອຸ່ນ ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ ກອງປະຊຸມໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ໃສ່ຜ້າປິດປາກ-ດັງ ກວດຫາເຊື້ອ ວັດແທກອຸນຫະພູມ ລ້າງມືດ້ວຍເຈວ ນັ່ງເວັ້ນໄລຍະຫ່າງ ມີທີມງານແພດໝໍປະຈຳ.

# ຂ່າວ – ພາບ : ບຸນມີ

error: Content is protected !!