ຍີ່ປຸ່ນ ຊ່ວຍເຫຼືອອຸປະກອນປ້ອງກັນພະຍາດໂຄວິດ ແກ່ ສປປ ລາວ

    ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນ ມູນຄ່າ 900.000 ໂດລາສະຫະລັດ ເເລະ ວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca ຈຳນວນ 320.200 ໂດສ໌ ໃຫ້ແກ່ກະຊວງສາທາລະນະສຸກ ວັນທີ 28 ທັນວາ 2021 ທີ່ກະຊວງສາທາລະນະສຸກ ກ່າວມອບໂດຍທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ສໍາລັບອຸປະກອນ ປະກອບມີ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນ ເເລະ ແທ່ງນໍ້າແຂງທຽມ 208 ຕູ້ ຕູ້ເຢັນອີກ 480 ຕູ້ ອາໄຫຼ່ສໍາລັບອຸປະກອນຕ່າງໆ ກ່ອງຂົນສົ່ງວັກຊີນ 500 ກ່ອງ ກ່ອງເຢັນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມ 10.000 ແທ່ງ ທັງໝົດເມ່ນການຊ່ວຍເຫຼືອຈາກຍີ່ປຸ່ນ ໂດຍຜ່ານອົງການອຸຍນີເຊັບ ມີມູນຄ່າລວມ 913.141 ໂດລາສະຫະລັດ ເຊິ່ງການສະໜອງອຸປະກອນລະບົບຄວາມເຢັນຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການທີ່ລັດຖະບານຍີ່ປຸ່ນພວມຈັດຕັ້ງປະຕິບັດເພື່ອສະໜັບສະໜູນລາວໃນການເສີມສ້າງຄວາມເຂັ້ມແຂງໃຫ້ລະບົບຄວາມເຢັນສຳລັບການເກັບຮັກສາ ເເລະ ຂົນສົ່ງວັກຊີນ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ ໂຄງການມີມູນຄ່າລວມທັງໝົດ 1,1 ລ້ານໂດລາສະຫະລັດ ນອກຈາກການຈັດຊື້ອຸປະກອນລະບົບຄວາມເຢັນເເລ້ວ ຈໍານວນທຶນທີ່ເຫຼືອພາຍໃຕ້ໂຄງການນີ້ ຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍການຮ່ວມມືດ້ານວິຊາການລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນວຽກງານເສີມສ້າງລະບົບຄວາມເຢັນຂອງລາວໃນອະນາຄົດ. 

    ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ກະຊວງສາທາລະນະສຸກ ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ສຳລັບການສະໜັບສະໜູນຄັ້ງນີ້ ໂດຍການເສີນສ້າງຄວາມເຂັ້ມແຂງໃຫ້ລະບົບຄວາມເຢັນເພື່ອເກັບຮັກສາ ເເລະ ຂົນສົ່ງວັກຊີນປ້ອງກັນໂຄວິດ ຈະສາມາດຜັນຂະຫຍາຍວຽກງານການສັກວັກຊີນໃຫ້ສາມາດເຂົ້າເຖິງປະຊາກອນໄດ້ຫຼາຍຂຶ້ນໃນການປ້ອງກັນການແຜ່ລະບາດຂອງພະຍາດນີ້ ນອກຈາກອຸປະກອນເເລ້ວ ຍີ່ປຸນຍັງໄດ້ມອບວັກຊີນໃຫ້ກະຊວງສາທາລະນະສຸກນໍາອີກ ເປັນການຊ່ວຍເຫຼືອຈາກຍີ່ປຸນໂດຍຜ່ານໂຄງການ COVAX Facility ເຊິ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ ອົງການກາວີ ແລະ ອົງການອະນາໄມໂລກ ໂດຍມີອົງການອຸຍນີເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

..

# ຂ່າວ- ພາບ : ສີພອນ

error: Content is protected !!