ຫາລືກຽມເປີດຮ້ານອາຫານ-ສວນອາຫານ ເພື່ອຟື້ນຟູເສດຖະກິດ.

    ການນຳເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບບັນດາຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວພາຍໃນເມືອງ ໄດ້ປຶກສາຫາລືຄົ້ນຄ້ວາກ່ຽວກັບການສະເໜີຂໍເປີດຮ້ານອາຫານ ສວນອາຫານ ຂອງພາກທຸລະກິດຄືນໃໝ່ ຢູ່ໄລຍະທີ່ຍັງມີການລະບາດພະຍາດໂຄວິດ-19 ແລະ ກະກຽມເປີດໃນຕົ້ນປີ 2022 ເພື່ອສົ່ງເສີມຊຸກຍູ້ການຟື້ນຟູເສດຖະກິດພາຍໃນເມືອງໃຫ້ເຂັ້ມແຂງ ຕາມການສະເໜີດັ່ງກ່າວຂອງຜູ້ປະກອບການ ຈັດຂຶ້ນວັນທີ 28 ທັນວາ 2021 ທີ່ສຳນັກງານປົກຄອງເມືອງຫາດຊາຍຟອງ ເປັນປະທານຂອງທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າກວດກາລັດເມືອງຫາດຊາຍຟອງ ມີບັນດາຄະນະສະເພາະກິດ ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນເມືອງ ແລະ ຜູ້ປະກອບການບັນເທິງເຂົ້າຮ່ວມ.​

    ທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ໄດ້ຜ່ານເອກະສານໃຫ້ຊາບຕື່ມກ່ຽວກັບແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລກທີ 1494/ຫສນຍ ແຈ້ງການຂອງຄະນະສະເພາະກິດນະຄອນຫຼວງວຽງຈັນ ເລກທີ 40/ສພກ.ນວ ແລະ ແຈ້ງການຂອງນະຄອນຫຼວງວຽງຈັນ ເລກທີ 41/ຈນວ ເພື່ອຈັດຕັ້ງຜັນຂະຫຍາຍບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແມ່ນໃຫ້ເພີ່ມຄວາມເອົາໃຈໃສ່ຢ່າງເຂັ້ມງວດ. 

    ທ່ານນາງ ນົງເຍົາ ແກ້ວປະເສີດ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫາດຊາຍຟອງ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດ ແລະ ການສະເໜີກ່ຽວກັບການຂໍເປີດຄືນການບໍລິການສວນອາຫານ ແລະ ຮ້ານອາຫານຢູ່ພາຍໃນເມືອງໃນໄລຍະຜ່ານມາ ຕາມການລາຍງານສະພາບໃນການລົງເຮັດບົດບັນທຶກກວດກາຂອງຄະນະສະເພາະກິດ ກັບພາກສ່ວນຜູ້ປະກອບການ ເອກະພາບເຫັນດີ ອະນຸຍາດໃຫ້ເປີດດຳເນີນທຸລະກິດສາມາດຂາຍອາຫານໃນສະຖານທີ່ດັ່ງກ່າວໄດ້ ແຕ່ຕ້ອງໃຫ້ເອົາໃຈໃສ່ປະຕິບັດມາດຕະການດັ່ງນີ້.​

  • ຫ້າມບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດຢ່າງເດັດຂາດ 
  • ຫ້າມເສບສົດ 
  • ຫ້າມເປີດເຄື່ອງສຽງທີ່ກໍ່ໃຫ້ເກີດສຽງເນືອງນັນ 
  • ບໍ່ໃຫ້ເປີດບໍລິການກາຍ 22:00 ໂມງ 
  • ຕ້ອງຮັບປະກັນໃຫ້ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສະຖານທີ່ດັ່ງກ່າວ ພ້ອມເອົາໃຈໃສ່ປະຕິບັດມາດຕະປ້ອງກັນ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ 
  • ຖ້າຫາກມີການລະເມີດຂໍ້ຫ້າມໃດໜື່ງ ແມ່ນຈະຖືກປັບໄໝຕາມແຈ້ງການດັ່ງກ່າວ ສຳລັບຮ້ານທີ່ອະນຸຍາດໃຫ້ ເຊີ່ງມີທັງໝົດ 11 ຮ້ານ ໃນນັ້ນຮ້ານອາຫານ 4 ຮ້ານ ແລະ ຮ້ານນວດ 1 ຮ້ານ.

..# ຂ່າວ- ພາບ : ຂັນທະວີ

error: Content is protected !!