ສສກ ປະກາດແຕ່ງຕັ້ງຜູ້ອຳນວຍການ ວຕສ ພ້ອມເປີດສົກຮຽນໃໝ່ຢ່າງເປັນທາງການ

     ກະຊວງສຶກສາທິການ ແລະ ກີລາ (ສສກ) ປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານປະເພດ 3 ແຕ່ງຕັ້ງຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາ (ວຕສ) ຄົນໃໝ່ ແລະ ດຳເນີນຊີວິດການເມືອງພາຍໃນ ວຕສ ພ້ອມທັງເປີດສົກຮຽນໃໝ່ 2021-2022 ເມື່ອບໍ່ດົນຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດກ່າວມອບຮ່າງຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການ ວຕສ ໃໝ່ ໂດຍທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ແລະ ກ່າວຮັບແມ່ນທ່ານ ວິໄລພອນ ພົມມະຫາໄຊ ຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາ ເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ພ້ອມດ້ວຍບັນດາຄະນະອຳນວຍການ ສະຖາບັນ ວິທະຍາໄລ ໂຮງຮຽນ ສູນ ອ້ອມຂ້າງກົມອາຊີວະສຶກສາ ແລະ ພະນັກງານທີ່ກ່ຽວຂ້ອງ. 

    ໃນພິທີ ທາງຄະນະພັກ-ຄະນະອຳນວຍການຂອງວິທະຍາໄລເຕັກນິກສັບພະວິຊາ ຍັງໄດ້ອອກຂໍ້ຕົກລົງຍົກຍ້າຍບຸຄະລາກອນພາຍໃນ ເພື່ອຊັບຊ້ອນພະນັກງານ-ວິຊາການ ແລະ ຄູອາຈານຜູ້ທີ່ມີຄວາມຮູ້ຄວາມສາມາດໃຫ້ແທດເໝາະກັບວຽກງານຕົວຈິງ ພ້ອມທັງມອບໃບຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະຈຳປີ ປະເພດ 1 ແລະ ປະເພດ 2 ຍ້ອງຍໍຜູ້ທີ່ສຳເລັດການລົງກໍ່ສ້າງຮາກຖານ ແລະ ມອບໃບຢັ້ງຢືນການສອນ ເອົານັກສຶກສາເປັນໃຈກາງໃຫ້ພະນັກງານທີ່ໄດ້ຜ່ານການເຝິກອົບຮົມ.

     ຕະຫຼອດໄລຍະ 1 ປີທີ່ຜ່ານມາ ກໍໄດ້ມີບັນດາພະນັກງານ ຄູອາຈານ ອະດີດນັກສຶກສາ ບໍລິສັດ ແລະ ຫ້າງຮ້ານຕ່າງໆ ໄດ້ໃຫ້ການບູລະນະອາຄານສະຖານທີ່ຕ່າງໆ ແລະ ໃຫ້ການຊຸກຍູ້ຊ່ວຍເຫຼືອວິທະຍາໄລດັ່ງກ່າວ ທາງດ້ານວັດຖຸ ແລະ ປັດໄຈຕ່າງໆເຂົ້າໃນການປ້ອງກັນພະຍາດໂຄວິດ-19 ອີກດ້ວຍ. 

    ພາຍຫຼັງທີ່ໄດ້ມີການເປີດສົກຮຽນໃໝ່ 2021-2022 ຄາດວ່າໃນຕົ້ນເດືອນມັງກອນ 2022 ຫາກວ່າທາງວິທະຍາໄລເຕັກນິກສັບພະວິຊາ ສາມາດຜ່ານການປະເມີນກວດກາ ແລະ ຖືກຮັບຮອງເປັນສະຖານການສຶກສາປອດໂຄວິດ-19 ຈາກກະຊວງ ສສກ ກໍຈະສາມາດເປີດການຮຽນ-ການສອນໄດ້ເປັນປົກກະຕິ.

# ຂ່າວ- ພາບ : ບຸນມີ

error: Content is protected !!