ແຂວງຄຳມ່ວນ ກຳນົດສູນກັກກັນໃໝ່ ເພື່ອຮອງຮັບແຮງງານທີ່ກັບຈາກຕ່າງປະເທດ

    ແຂວງຄຳມ່ວນໄດ້ກຳນົດເອົາອາຄານຂອງໂຮງຮຽນການເມືອງ-ການປົກຄອງແຂວງ ເປັນສູນກັກກັນຊົ່ວຄາວ ເພື່ອຮອງຮັບແຮງງານທີ່ກັບຈາກຕ່າງປະເທດ ແລະ ເຂດທີ່ມີຄວາມສ່ຽງ ສ່ວນຂັ້ນເມືອງຕ້ອງມີສູນກັກກັນ ແລະ ສູນແຍກປ່ຽວປິ່ນປົວເມືອງລະ 1 ແຫ່ງ.

    ທ່ານ ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກ ທັງເປັນຫົວໜ້າກອງເລຂາສະເພາະ ກິດຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19 ແຂວງຄຳມ່ວນ ກ່າວວ່າ: ເຖິງວ່າສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ໃນ ສປປ ລາວ ຈະມີທ່າທີຢູ່ຕົວ ແລະ ບໍ່ຂະຫຍາຍອອກເປັນວົງກວ້າງກໍຕາມ ແຕ່ການເຝົ້າລະວັງຄວບຄຸມ ແລະ ສະກັດກັ້ນກໍບໍ່ໄດ້ລົດລະ ຍັງສືບຕໍ່ຕິດຕາມຢ່າງເຂັ້ມງວດ ສະເພາະຢູ່ຂັ້ນແຂວງຄຳມ່ວນ ແມ່ນໄດ້ກຳນົດເອົາອາຄານຂອງໂຮງຮຽນການເມືອງ-ການປົກຄອງເປັນສູນກັກກັນຊົ່ວຄາວໃໝ່ ຕາມແຈ້ງການໄລຍະ 2 ເລກທີ 507/ຫສນຍ ເພື່ອຮອງຮັບແຮງງານທີ່ກັບຈາກຕ່າງປະເທດ ເຊິ່ງໃນຕອນບ່າຍວັນທີ 4 ພຶດສະພາ ບັນດາອົງການຈັດຕັ້ງມະຫາຊົນປະກອບມີ:

ກຳມະບານ ຊາວໜຸ່ມ ແລະ ແມ່ຍິງ ໄດ້ພ້ອມກັນອະນາໄມອາຄານໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ ແລ້ວຈະໄດ້ຈັດສັນອຸປະກອນຕ່າງໆປະກອບເຂົ້າໃນສູນ ເພື່ອກະກຽມຄວາມພ້ອມໃນສູນດັ່ງກ່າວ ສຳລັບຊ່ຽວຊານສະເພາະດ້ານໃດໜຶ່ງທີ່ມາຈາກຕ່າງປະເທດ ແມ່ນໄດ້ກຳນົດເອົາໂຮງແຮມພອນປະດິດເປັນສູນກັກກັນ ເຊິ່ງທຸກໆກໍລະນີທີ່ເຂົ້າສູນແມ່ນຈະຕ້ອງໄດ້ຜ່ານການກວດກາ ແລະ ກັກໂຕເປັນໄລຍະເວລາ 14 ວັນ ຈຶ່ງອະນຸຍາດໃຫ້ອອກໄປເຮັດວຽກ ຫຼືກັບໄປຫາຄອບຄົວໄດ້. 

    ສຳລັບສູນແຍກປ່ຽວປິ່ນປົວແມ່ນໄດ້ກຳນົດເອົາພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຫຼັງເກົ່າ ໂຮງໝໍທະຫານແຂວງ ແລະ ໂຮງໝໍເມືອງຍົມມະລາດ ເປັນສູນແຍກປ່ຽວ ປິ່ນປົວ ສຳລັບຜູ້ທີ່ມີອາການສົງໄສ ແລະ ຕິດເຊື້ອ ສະເພາະໃນຂັ້ນເມືອງແມ່ນຕ້ອງໄດ້ກຳນົດເອົາສູນກັກກັນ 1 ແຫ່ງ ແລະ ສູນແຍກປ່ຽວປິ່ນປົວເມືອງລະ 1 ແຫ່ງ.

 ຂ່າວ-ພາບ:ແຂວງຄໍາມ່ວນ

error: Content is protected !!