ຮອງເຈົ້າແຂວງໄຊສົມບູນ ລົງມອບອຸປະກອນການແພດ ຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກເມືອງຮົ່ມ

    ໃນຕອນແລງຂອງວັນທີ 4 ພຶດສະພາ 2020 ຜ່ານມານີ້ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະກໍາມະການສະເພາະກິດ ຄວບຄຸມພະຍາດໂຄວິດ-19 ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນການແພດຈໍານວນໜຶ່ງ ຊື່ງປະກອບມີ: ຜ້າອັດປາກ ເຈວລ້າງມື ເຄື່ອງວັດແທກຄວາມດັນເລືອດ ແລະ ເຄື່ອງວັດແທກອຸນຫະພູມ ໄປຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຮົ່ມທີ່ຈະຈັດຂື້ນໃນມໍ່ໆນີ້ ຢູ່ທີ່ສະໂມສອນຂອງເມືອງ ເຊິ່ງຕາງໜ້າອົງການປົກຄອງເມືອງຂື້ນຮັບໂດຍ ທ່ານ ຄໍາເພັດ ດວງມາລາ ຮັກສາການເຈົ້າເມືອງເມືອງຮົ່ມ ພ້ອມດ້ວຍຮອງເຈົ້າເມືອງ ຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.          

    ທ່ານ ແດງ ປະທຸມທອງ ໄດ້ກ່າວໃຫ້ຮູ້ວ່າ ການນໍາເອົາອຸປະກອນການແພດມາມອບໃນຄັ້ງນີ້ ແມ່ນເພື່ອໃຫ້ເມືອງໄດ້ນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມໃຫຍ່ຂອງຕົນ ເປັນຕົ້ນແມ່ນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍພະນັກງານແພດໝໍຕ້ອງເຂັ້ມງວດໃນການກວດແທກອຸນຫະພູມຢ່າງລະອຽດກ່ອນເຂົ້າຫ້ອງປະຊຸມ ພ້ອມດຽວກັນນັ້ນ ສະມາຊິກພັກທຸກທ່ານກໍຕ້ອງມີສະຕິເຝົ້າລະວັງຕົວໃນການປ້ອງກັນຕົນເອງ ກໍຄືການໃສ່ຜ້າອັດປາກ ແລະ ໃຊ້ເຈວລ້າງມືໃຫ້ເປັນປົກກະຕິ ທັງນີ້ກໍເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງຮົ່ມ ຄັ້ງ 1 ໄດ້ດໍາເນີນໄປດ້ວຍຄວາມປອດໄພ ແລະ ສາມາດປະສົບຜົນສໍາເລັດ.

ຂ່າວ-ພາບ: ພາພອນ ນະວົງໄຊ

error: Content is protected !!