ມອບ-ສົ່ງແຮງງານມຽນມາຈຳນວນ100 ກວ່າຄົນກັບຄືນປະເທດ

    ຕອນເຊົ້າວັນທີ 8 ພຶດສະພາ 2020 ນີ້ ຢູ່ທີ່ດ່ານບ້ານມອມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ສົ່ງແຮງງານຊາວມຽນມາທີ່ອາໄສຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກັບຄືນສູ່ປະເທດ.

    ເຂົ້າຮ່ວມພິທີມອບ-ຮັບດັ່ງກ່າວມີທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ ທ່ານ ອູຊານ ມີງຊໍ ເຈົ້າເມືອງທ່າຂີ້ເຫຼັກ ປະເທດມຽນມາ ມີຄະນະເຂດເສດຖະກິດພິເສດສາມຫຼ່ຽມຄຳ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ເມືອງ ເຈົ້າໜ້າທີ່ສະເພາະກິດທັງສອງປະເທດເຂົ້າຮ່ວມ.

     ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງກ່າວວ່າ: ຕາມຈຸດປະສົງຂອງທາງຝ່າຍລັດຖະບານມຽນມາ ກໍຄືໜັງສືສະເໜີຂອງທ່ານເຈົ້າແຂວງທ່າຂີ້ເຫຼັກ ໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ສປປ ລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວ ໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະການເຮັດວຽກງານຕ່າງໆໄດ້ຢຸດຕິໂດຍສະເພາະກໍແມ່ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ. 

    ສະນັ້ນເປັນການປະຕິບັດນະໂຍບາຍຄວາມສຳພັນໄມຕີອັນດີງາມລະຫວ່າງສອງຊາດລາວ-ມຽນມາ ໃຫ້ຢືນຍົງ ແລະ ແຂງແກ່ນຕະຫຼອດໄປ ເວົ້າສະເພາະກໍແມ່ນດ້ວຍຄວາມເປັນຫ່ວງຂອງທ່ານເຈົ້າແຂວງໆບໍ່ແກ້ວ ຕໍ່ກັບການເບິ່ງແຍງດູແລ ແລະ ໃຫ້ໂອກາດແກ່ແຮງງານຊາວມຽນມາໃນການທຳມາຫາກິນມາອອກແຮງງານ ພວກເຮົາກໍໃຫ້ຄວາມສຳຄັນແກ່ເຂົາເຈົ້າໃນການຄຸ້ມຄອງດູແລ ແລະ ໄດ້ໃຫ້ເຂົາເຈົ້າເຂົ້າເຖີງການສຶກສາ ສາທາລະນະສຸກ ເປັນຕົ້ນການປ້ອງກັນພະຍາດໄຂ້ເລືອດອອກ ພະຍາດໂລກອະຫິວາ ແລະ ພະຍາດອື່ນໆ ໂດຍບໍ່ໄດ້ເສຍຄ່າຄືກັນກັບປະຊາຊົນລາວ ເຊີ່ງປັດຈຸບັນ ກໍຍັງມີແຮງງານຊາວມຽນມາທີ່ອາໄສຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຈຳນວນ 3-4ພັນຄົນ. 

    ສະນັ້ນ ດ້ວຍຄວາມຮັບຜິດຊອບສູງຂອງສອງລັດຖະບານ ພວກເຮົາຈື່ງໄດ້ຈັດສັນເວລາອັນເໝາະສົມເພື່ອນຳເອົາປະຊາຊົນຊາວມຽນມາຈຳນວນ 125 ຄົນ ຍີງ 51 ຄົນ ມາມອບໃຫ້ທາງລັດຖະບານ ສສ ມຽນມາ ກໍຄືແຂວງທ່າຂີ້ເຫຼັກ ເມືອງທ່າຂີ້ເຫຼັກໄດ້ຮັບເອົາຢ່າງເປັນທາງການ ເພື່ອນຳໄປຄຸ້ມຄອງເບິ່ງແຍງດູແລຕາມກົດໝາຍຂອງ ສສ ມຽນມາ ຊື່ງໃນໄລຍະທີ່ສອງປະເທດພວກເຮົາ ກໍຄືສອງແຂວງ ສອງເມືອງພວມຂຸ້ນຂ້ຽວໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້ໃຫ້ບັນລຸ ແລະ ມີຜົນສຳເລັດຕາມຈຸດປະສົງ ແລະ ກໍຫວັງຢ່າງຍີ່ງວ່າ ໃນໂອກາດຕໍ່ໄປ ທັງສອງເມືອງສອງແຂວງພວກເຮົາຈະໄດ້ຮ່ວມຈິດຮ່ວມໃຈກັນເພີ່ມຂຶ້ນຕື່ມອີກ ໃນການປະສານສົມທົບແກ້ໄຂບັນຫາຕ່າງໆເປັນຕົ້ນກໍແມ່ນບັນຫາແຮງງານ ການຊື້ຂາຍແລກປ່ຽນສິນຄ້າ ການເຂົ້າອອກເມືອງ ແລະ ບັນຫາອື່ນໆອີກຫຼາຍຢ່າງທີ່ເປັນຜົນດີໃຫ້ທັງສອງເມືອງ ສອງແຂວງ ກໍຄືລະຫວ່າງສອງປະເທດລາວມຽນມາ. 

    ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກມອບ-ສົ່ງແຮງງງານຊາວມຽນມາ ຈຳນວນ 125 ຄົນ ຍິງ 51 ຄົນ ກັບຄືນສູ່ປະເທດຢ່າງເປັນທາງການ ລະຫວ່າງທ່ານ ເຄືອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປລາວ ແລະ ທ່ານ ອູຊານ ມີງຊໍ ເຈົ້າເມືອງໆທ່າຂີ້ເຫຼັກ ແຂວງທ່າຂີ້ເຫຼັກ ສສ ມຽນມາ.

ຂ່າວ-ພາບ: ເມືອງຕົ້ນເຜິ້ງ

error: Content is protected !!