ນວ ຫາລືກັບພາກສ່ວນກ່ຽວຂ້ອງກະກຽມແຜນຕ້ອນຮັບນັກທ່ອງທ່ຽວເຂດທ່ອງທ່ຽວສີຂຽວ

    ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ກະຊວງ ຖວທ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມແຜນຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ແບບທາງໄກ ເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ນາງ ສວນສະວັນ ວິຍາເກດ ລັດຖະມົນຕີກະຊວງ ຖວທ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຜູ້ຕາງໜ້າຈາກກົມ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ໄດ້ສະເໜີການກະກຽມຄວາມພ້ອມເປີດຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທັງພາກລັດ-ພາກທຸລະກິດ ໃນຂະແໜງທ່ອງທ່ຽວຮູບແບບໃໝ່ສໍາລັບ ນວ ເຊິ່ງໄດ້ຍົກເຫັນການກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ໄດ້ກໍານົດພື້ນທີ່ສະຖານທີ່ທ່ອງທ່ຽວສີຂຽວຢູ່ ເມືອງຈັນທະບູລີ ຫາດຊາຍຟອງ ນາຊາຍທອງ ປາກງື່ມ ແລະ ເມືອງໄຊທານີ ໄດ້ກໍານົດເສັ້ນທາງທ່ອງທ່ຽວສີຂຽວຢູ່ເມືອງຈັນທະບູລີ-ເມືອງໄຊທານີ ຈັນທະບູລີ-ນາຊາຍທອງ ຈັນທະບູລີ-ປາກງື່ມ ນວ-ເມືອງວັງວຽງ ແຂວງວຽງຈັນ ແລະ ນວ-ແຂວງຫຼວງພະບາງ ພ້ອມນັ້ນ ໄດ້ຍົກໃຫ້ເຫັນການປະຕິບັດມາມາດຕະຖານ Lao Safe ການຈັດເຝິກອົບຮົມມາດຕະຖານ Lao Safe ໃຫ້ແກ່ຜູ້ປະກອບການທຸລະກິດທີ່ນອນຢູ່ໃນການທ່ອງທ່ຽວ ການປັບປຸງແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງ ນວ ການເອົາໃຈໃສ່ໂຄສະນາປະຊາສໍາພັນດ້ານການທ່ອງທ່ຽວດ້ວຍຫຼາຍຮູບ ຫຼາຍແບບ ນອກນັ້ນ ຍັງຍົກໃຫ້ເຫັນເງື່ອນໄຂຂອງຜູ້ປະກອບການທີ່ຈະເຂົ້າຮ່ວມ ແລະ ເງື່ອນໄຂຂອງນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາໃນ ນວ ແລະ ອື່ນໆ. 

    ຈາກນັ້ນ ບັນດາພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນ ເປັນຕົ້ນ ແນະນໍາຕໍ່ແຜນເປີດຮັບນັກທ່ອງທ່ຽວຢູ່ ນວ ເພື່ອໃຫ້ສອດຄ່ອງກັບແຜນລວມຂອງໂຄງການທ່ອງທ່ຽວລາວສີຂຽວແຫ່ງຊາດ ການຂໍວີຊາຂອງບັນດາປະເທດທີ່ບໍ່ໄດ້ຮັບອະນຸຍາດເດີນທາງເຂົ້າມາ ສປປ ລາວ ໂດຍສະເພາະ ວິທີການອໍານວຍຄວາມສະດວກຕໍ່ນັກນັກທ່ອງທ່ຽວ ການຈະບໍລິການອໍານວຍຄວາມສະດວກໃນການກວດກາເອກະສານເດີນທາງ ຕໍ່ກຸ່ມນັກທ່ອງທ່ຽວທີ່ເດີນທາງມາຕາມດ່ານຕ່າງໆຢູ່ ນວ ການນໍາໃຊ້ລະບົບການຕິດຕາມນັກທ່ອງທ່ຽວ ໂດຍນໍາໃຊ້ລະບົບ App KYC ຢູ່ບັນດາດ່ານຕ່າງໆ ການໃຫ້ບໍລິການກວດຫາເຊື້ອ ລະບົບການແຈ້ງຜົນການຢັ້ງຢືນ 24 ຊົ່ວໂມງຕໍ່ນັກທ່ອງທ່ຽວ ແລະ ແຜນຮອງຮັບກໍລະນີນັກທ່ອງທ່ຽວມີຜົນກວດເປັນບວກ ແລະ ໂຮງໝໍຢູ່ ນວ ສາມາດຮອງຮັບໄດ້ຈັກແຫ່ງ ການໃຫ້ບູລິມະສິດພິເສດຕໍ່ການອໍານວຍຄວາມສະດວກແກ່ການເດີນທາງຂອງນັກທ່ອງທ່ຽວ.

# ຂ່າວ- ພາບ : ຂັນທະວີ

error: Content is protected !!