10 ປີແຫ່ງມິດຕະພາບ ແລະ ການຮ່ວມມື ນວ ແລະ ນະຄອນຄຸນໜິງ

    ວັນທີ 22ທັນວາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນນະຄອນມິດຕະພາບລະຫວ່າງ ນວ ແລະ ນະຄອນຄຸນໜິງ ສປ ຈີນ ຄົບຮອບ 10 ປີແບບທາງໄກ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຫຼິວ ຫົງ ຈ້ຽນ ກໍາມະການປະຈໍາພັກແຂວງ ເລຂາພັກນະຄອນຄຸນໜິງ ແຂວງຢູນໜານ ແລະ ທ່ານ ຫຼິວ ເຈ້ຍ ເສິນ ເຈົ້າຄອງນະຄອນຄຸນໜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທັງສອງນະຄອນ. 

    ໃນພິທີ ທ່ານ ອາດສະພັງທອງ ສີພັນດອນ ມີຄໍາເຫັນວ່າ: ຕະຫຼອດໄລຍະ 10 ປີແຫ່ງມິດຕະພາບ ແລະ ການຮ່ວມມືຂອງສອງນະຄອນທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງ ບົນພື້ນຖານຄວາມເຫັນອົກເຫັນໃຈ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ມີການປະສານສົມທົບກັນຢ່າງສະໜິດແໜ້ນ ແລະ ໄດ້ກຳນົດຈຸດສຸມການຮ່ວມມື ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງກັນ ຫຼາຍໂຄງການຮ່ວມມືໄດ້ຖືກກຳນົດ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ ໂດຍສະເພາະໂຄງການສ້າງສວນກ້າເບ້ຍໄມ້ປະດັບ ແລະ ດອກໄມ້ຢູ່ ນວ ວຽກອະນາໄມຕົວເມືອງ ພິເສດ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຄຸນໜິງໄດ້ຊ່ວຍເຫຼືອລົດກູ້ໄພ ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ ນວ ພ້ອມນັ້ນ ນວ ກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ແບ່ງເບົາຄວາມໜັກໜ່ວງໃນການຕ້ານການລະບາດຂອງພະຍາດໂຄວິດ-19 ດ້ວຍການມອບເຄື່ອງອຸປະກອນການເພດຈຳນວນໜຶ່ງໃຫ້ກັບນະຄອນຄຸນໝິງ ສ່ວນດ້ານການລົງທຶນ ມີນັກລົງທຶນຈາກ ສປ ຈີນ ມາລົງທຶນຢູ່ ນວ ເປັນອັນດັບໜຶ່ງຂອງ 10 ປະເທດທີ່ມາລົງທຶນຢູ່ ນວ ໄດ້ປະກອບສ່ວນຢ່າງແຂງແຮງໃຫ້ແກ່ການພັດທະນາ ນວ ພົ້ນເດັ່ນ ເຂດພັດທະນາກວມລວມໄຊເຊດຖາ ເຊິ່ງແມ່ນໂຄງການຮ່ວມທຶນລະຫວ່າງອົງການປົກຄອງ ນວ ຕາງໜ້າລັດຖະບານລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢູນໜານ ທີ່ຂຶ້ນກັບກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢູນນານ ຫຸ້ນສ່ວນຈຳກັດ ຕາງໜ້າລັດຖະບານຈີນ ປັດຈຸບັນ ເຂດດັ່ງກ່າວໄດ້ມີການພັດທະນາຢ່າງວ່ອງໄວ ມີນັກລົງທຶນມາຈາກ 7 ປະເທດທີ່ມາລົງທຶນແລ້ວ ລວມມູນຄ່າການລົງທຶນທັງໝົດ 1,3 ຕື້ໂດລາສະຫະລັດ ມີຫົວໜ່ວຍທຸລະກິດໄດ້ເຊັນສັນຍາແລ້ວ 103 ບໍລິສັດ ໃນນັ້ນມີ 49 ບໍລິສັດ ເປີດການຜະລິດແລ້ວ ແລະ ຍັງມີຫຼາຍກ່ວາ 54 ບໍລິສັດ ທີ່ກຳລັງກະກຽມລະບຽບຂັ້ນຕອນ ກຳລັງດຳເນີນການກໍ່ສ້າງ ແລະ ຈະເປີດການເຄື່ອນໄຫວໃນມໍ່ໆນີ້ ເພື່ອເປັນການສືບຕໍ່ແລກປ່ຽນການຮ່ວມມືທີ່ເປັນຮູບປະທໍາ ແລະ ໝາກຜົນຕົວຈິງໃໝ່ທີ່ໜັກແໜ້ນ ແລະ ຍືນຍົງ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງສອງນະຄອນ ທ່ານ ໂພຄໍາ ໄຊຍະສອນ ຫົວໜ້າພະແນກການຕ່າງປະເທດ ນວ ໄດ້ສະເໜີແລກປ່ຽນ ແລະ ຮ່ວມມືບັນດາໂຄງການຂອງພະແນກການກ່ຽວຂ້ອງ ນວ ໃນຕໍ່ໜ້າຄື: ໂຄງການຊ່ວຍເຫຼືອສ້າງຫ້ອງແລັບ ເພາະເຊື້ອເນື້ອເຫຍື່ອພືດ ແລະ ໂຄງການສ້າງຕັ້ງບໍລິສັດສີຂຽວ ໂຄງການຮ່ວມມືແລກປ່ຽນສິລະປະວັດທະນະທໍາສື່ມວນຊົນ ຮ່ວມມືພັດທະນາການທ່ອງທ່ຽວເຊື່ອມຕໍ່ບັນດາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ທໍາມະຊາດ ແລະ ປະຫວັດສາດຕາມແລວທາງເສດຖະກິດເສັ້ນທາງລົດໄຟລາວ-ຈີນ ລະຫວ່າງ ນວ ກັບນະຄອນຄຸນໜິງ ໂຄງການປັບປຸງຮ່ອງລະບາຍນໍ້າໃນຕົວເມືອງ ໂຄງການສືບຕໍ່ທັດສະນະການແລກປ່ຽນ ການຈັດການຮຽນ-ການສອນ ແລກປ່ຽນການຄຸ້ມຄອງນັກຮຽນ ການສ້າງນັກຮຽນເກັ່ງ ແລະ ນັກກີລາໃນໂຮງຮຽນສາມັນ ວຽກງານສາທາລະນະສຸກ ໂດຍສະເພາະວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນວຽກງານທຸກຂະແໜງການຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ ແລະ ວຽກງານດ້ານການຮັກສາສຸຂະພາບແມ່ ແລະ ເດັກ ພ້ອມນັ້ນ ສອງນະຄອນໄດ້ເຊັນບົດບັນທຶກຮ່ວມມືລະຫວ່າງທ່ານ ນາງ ໄຊພອນ ນັກທະພອນ ຫົວໜ້າພະແນກສາທາລະນະສຸກ ແລະ ທ່ານ ຫຼີ ເຈີນ ຜູ້ອໍານວຍການໂຮງໝໍແມ່ ແລະ ເດັກຄຸນໜິງ.

.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!