ກວດພົບຜູ້ຕິດເຊື້ອໂຄວິດ 1.471 ຄົນ ແລະ ເສຍຊີວິດເພີ່ມ 11 ຄົນ

   ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈໍາວັນທີ 23 ທັນວາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 22 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.953 ຕົວຢ່າງ ຜົນວິໄຈກວດພົບເຊື້ອໂຄວິດ-19 ເພີ່ມ 1.471 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 1.469 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ໃນຈຳນວນດັ່ງກ່າວ ແມ່ນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ເຊີ່ງລາຍອະອຽດຄື: 

  • ນະຄອນຫຼວງຕິດເຊື້ອ     737 ຄົນ 
  • ແຂວງ ບໍ່ແກ້ວ 184 ຄົນ 
  • ອຸດົມໄຊ 122 ຄົນ 
  • ຫຼວງພະບາງ 78 ຄົນ 
  • ໄຊສົມບູນ 59    ຄົນ 
  • ຫຼວງນໍ້າທາ 52 ຄົນ 
  • ບໍລິຄໍາໄຊ 46    ຄົນ 
  • ວຽງຈັນ 42 ຄົນ 
  • ຊຽງຂວາງ 37    ຄົນ 
  • ສະຫັວນນະເຂດ 30 ຄົນ 
  • ຜົ້ງສາລີ 21 ຄົນ 
  • ໄຊຍະບູລີ 18 ຄົນ 
  • ຄໍາມ່ວນ 12 ຄົນ 
  • ຈໍາປາສັກ 11 ຄົນ 
  • ຫົວພັນ 5 ຄົນ 
  • ເຊກອງ 3 ຄົນ 
  • ສາລະວັນ ແລະ ອັດຕະປື ແຂວງລະ 6 ຄົນ.

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ 2 ຄົນ ຈາກແຂວງຈໍາປາສັກ ຮອດປັດຈຸບັນ ຜູ້ຕິດເຊື້ອສະສົມ ຢູ່ ສປປ ລາວ ທັງໝົດ 103.336 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍ ວັນທີ 22 ທັນວາຜ່ານມາ 708 ຄົນ  ກໍາລັງປິ່ນປົວ 11.521 ຄົນ ແລະ ເສຍຊີວິດສະສົມທັງໝົດ 299 ຄົນ (ໃໝ່ 11 ຄົນ).  

      ສຳລັບຂໍ້ມູນເບື້ອງຕົ້ນ ຂອງຜູ້ເສຍຊີວິດໃໝ່ທັງ 11 ຄົນ ລາຍລະອຽດມີດັ່ງນີ້: 

  • ຜູ້ທີ 1    ເພດຊາຍ ອາຍຸ 68 ປີ ອາຊີບ ພະນັກງານ ບຳນານເສຍອົງຄະຢູ່ບ້ານ ນ້ຳຫງຳເມືອງ ແປກ ແຂວງ ຊຽງຂວາງ ພະຍາດປະຈຳຕົວ:  ປະດົງຂໍ້ ເບົາຫວານ ຄວາມດັນເລືອດສູງບໍ່ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ 
  • ຜູ້ທີ 2  ເພດຊາຍ ອາຍຸ 70 ປີ ອາຊີບ ພະນັກງານບຳນານ  ບ້ານໂງຍ ເມືອງແປກ ຊຽງຂວາງ ພະຍາດປະຈຳຕົວ: ປະດົງຄໍ່ ບໍ່ໄດ້ຮັບຢາວັກຊີນ 
  • ຜູ້ທີ 3 ເພດຊາຍ ອາຍຸ  63ປີ  ບ້ານ ດອນເກົ່າ  ນະຄອນຫຼວງພະບາງ ແຂວງຫຼວງພະບາງ ພະຍາດປະຈຳໂຕ: CKD stage 5 on HDບໍ່ໄດ້ສັກຢາກັນພະຍາດ 
  • ຜູ້ທີ 4 ເພດຊາຍ ອາຍຸ 37 ປີ ອາຊີບ ກໍາມະກອນ ບ້ານ ປາກຕອນ ມ ສັງທອງ  ນວ ບໍ່ມີພະຍາດປະຈຳໂຕ ສັກ Vaccine: SNP ຄົບສອງເຂັມ  
  • ຜູ້ທີ 5 ເພດຍິງ ອາຍຸ 86 ປີ ບ້ານ ນາເລົ່າ ເມືອງ ສີໂຄດຕະບອງ  ນວ  ພະຍາດປະຈໍາໂຕ:  ບໍ່ມີຂໍ້ມູນ ບໍ່ໄດ້ສັກວັກຊີນກັນພະຍາດ 
  • ຜູ້ທີ 6 ເພດຍິງ ອາຍຸ 60 ປີ ບ້ານ ດອນແດງ ເມືອງຈັນທະບູລີ  ນວ ພະຍາດປະຈຳໂຕ: DM HTA cardiovascular disease 
  • ຜູ້ທີ 7 ເພດຊາຍ ອາຍຸ 88 ປີ ບ້ານໂພນສົມບູນ ເມືອງສີໂຄດຕະບອງ  ນວ ພະຍາດປະຈຳໂຕ: CKD DM HTA ບໍ່ໄດ້ສັກຢາວັກຊີນ  
  • ຜູ້ທີ 8 ເພດຍິງ ອາຍຸ 55 ປີ ບ້ານ ທ່ານາກ ເມືອງໄຊທານີ ນວ  ພະຍາດປະຈຳໂຕ: HTA DM CKD ບໍ່ໄດ້ສັກຢາວັກຊີນ 
  • ຜູ້ທີ 9 ເພດຊາຍ ອາຍຸ 57  ປີ  ບ້ານ ໂພນສູງ  ເມືອງ  ໂພນໂຮງ  ແຂວງ ແຂວງວຽງຈັນ ພະຍາດປະຈຳໂຕ: ວັນນະໂລກ 10 ປີກ່ອນ  ກີນຢາຄົບແລ້ວ ສັກວັກຊິນ J&J 
  • ຜູ້ທີ 10    ເພດຍິງ ອາຍຸ  73 ປີ ບ້ານ ທ່າ  ເມືອງ ເຟືອງ  ແຂວງ ວຽງຈັນ ພະຍາດປະຈຳໂຕ: DM CKD HTA ຫຼາຍກວ່າ10 ປີ ກີນຢາສັກຢາປະຈຳ ບໍ່ໄດ້ສັກຢາວັກຊີນ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ແລະ 
  • ຜູ້ທີ 11    ເພດຍິງອາຍຸ 87  ປີ ບ້ານ ໂພນຄຳໃຕ້  ເມືອງ ໂພນໂຮງ  ແຂວງ ວຽງຈັນ ພະຍາດປະຈຳໂຄ: HTA  ບໍ່ໄດ້ຕິດຕາມປະຈຳ ບໍ່ໄດ້ສັກຢາວັກຊີນ.
error: Content is protected !!