ບໍລິສັດ ເອັສທີເອັສ ມອບອຸປະກອນປ້ອງກັນເຊື່ອພະຍາດໂຄວິດ-19 ໃຫ້ ຖວທ

    ເພື່ອເປັນການປະກອບສ່ວນໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ໃນວັນທີ 8 ພຶດສະພາ 2020 ທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ບໍລິສັດ ເອັສທີເອັສ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ນໍາເອົາອຸປະກອນປ້ອງກັນໂຄວິດ-19 ມາມອບໃຫ້ ກະຊວງ ຖວທ ເປັນກຽດກ່າວມອບໂດຍທ່ານ ຊານ ເຫວີຍ (zan wei) ຜູ້ຕາງໜ້າບໍລິສັດ ເອັສທີເອັສ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ກ່າວຮັບຂອງທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ ຜ້າອັດປາກ 10.000 ອັນ ແລະ ໜ້າກາກ 600 ອັນ ລວມມູນຄ່າ 30 ລ້ານກວ່າກີບ ເຄື່ອງດັ່ງກ່າວແມ່ນຈະໄດ້ແຈກຢາຍໃຫ້ກົມກອງອ້ອມຂ້າງກະຊວງ ແລະ ໂຮງຮຽນຕ່າງໆທີ່ຂຶ້ນກັບກະຊວງ ຖວທ.

    ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຂອບໃຈບໍລິສັດ ເອັສທີເອັສ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ທີ່ມີຄວາມເປັນຫ່ວງເປັນໄຍສູຂະພາບຂອງພະນັກງານກະຊວງ ຖວທ ແລະ ຈະນໍາເອົາເຄື່ອງດັ່ງກ່າວ ໄປໃຊ້ໃຫ້ເກີດປະໂຫຍດສຸງສຸດ.

error: Content is protected !!