ວັນທີ 20 ທັນວາ 2021 ຢູ່ຫໍປະຊຸມບ້ານນາສ້ານ ສະຫາຍ ຄຳຫຼ້າ ຜີວວັນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້ໍາເມືອງຫົງສາ ແຂວງໄຊຍະບູລີ ລົງຊີ້ນຳການເຊື່ອມຊຶມເອກະສານການປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍມີສະຫາຍ ສີພັນ ສຸກຸນທອງ ເລຂາໜ່ວຍພັກບ້ານ ນາຍບ້ານນາສ້ານ ພ້ອມທິມງານລົງຮາກຖານຂອງເມືອງ ສະມາຊິກພັກ ແລະ ປະຊາຊົນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງບົດລາຍລາຍງານໂດຍຫຍໍ້ ຈາກສະຫາຍ ສີພັນ ສຸກຸນທອງ ເຊິ່ງທົ່ວບ້ານມີເນື້ອທີ່ທັງໝົດ 7,85 ເຮັກຕາ ແບ່ງເປັນ 16 ໜ່ວຍ 180 ຄອບຄົວ ມີ 192 ຫຼັງຄາເຮືອນ ພົນລະເມືອງທັງໝົດ 844 ຄົນ ຍິງ 365 ຄົນ ປະຊາຊົນມີມູນເຊື້ອດຸໜັ່ນຂະຫຍັນພຽນໃນການອອກແຮງງານ ອາຊີບສ່ວນໃຫຍ່ແມ່ນປູກຝັງ-ລຽ້ງສັດ ເຮັດການບໍລິການຄ້າຂາຍ ມີຄວາມສາມັກຄີເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ ອົງຄະນະພັກຂັ້ນເທິງ ອົງການປົກຄອງບ້ານ ກໍໄດ້ນໍາເອົາເອກະສານຕ່າງໆມາເຜີຍແຜ່ເຊື່ອມຊຶມຢູ່ພາຍໃນບ້ານ ເປັນຕົ້ນແມ່ນແນວທາງນະໂຍບາຍຂອງພັກ ຄຳສັ່ງລະບຽບກົດໝາຍຕ່າງໆຂອງລັດ ມະຕິ XI ຂອງສູນກາງພັກ ແລະ ເອກະສານສຳຄັນຕ່າງໆເປັນປົກກະຕິຕໍ່ເນື່ອງ ພ້ອມກັນສ້າງສາພັດທະນາບ້ານດີຂຶ້ນ.

ໃນໂອກາດນີ້ ສະຫາຍເລຂາພັກເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທົ່ວບ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນວຽກງານການລົງເຜີຍແຜ່ ເຊື່ອມຊຶມເອກະສານການປະເມີນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນຕົ້ນໃຫ້ເລຂາໜ່ວຍພັກບ້ານ ຄະນະໜ່ວຍພັກ ສະມາຊິກພັກພາຍໃນບ້ານ ເອົາໃຈໃສ່ເຮັດວຽກງານແບບລວມສູນປະຊາທິປະໄຕ ຮ່ວມຊິວິດພັກ ເສຍເງິນສະຖິຕິ ປະຊຸມ ລາຍງານສ່ອງແສງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ໃຫ້ເປັນປົກກະຕິ ຕໍ່ເນື່ອງ ພ້ອມກັນເອົາໃຈໃສ່ວຽກງານພື້ນຖານໂຄງລ່າງ ວຽກປ້ອງກັນຊາດ ປ້ອງກັນຄວາມສະຫງົບ ວຽກງານວັດທະນະທໍາ-ສັງຄົມ ພາຍໃນບ້ານ ແລະ ວຽກງານດ້ານອື່ນໆ ເອົາໃຈໃສ່ເປັນເຈົ້າການໃນການປະເມີນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຕາມເປົ້າໜາຍ ເພື່ອເລືອກເອົາຄະນະພັກຊຸດໃໝ່ ເພື່ອມາສືບຕໍ່ນໍາພາພັດທະນາບ້ານ ພ້ອມມອບເງິນໃຫ້ບ້ານຈຳນວນ 10 ລ້ານກີບ ເພື່ອບູລະນະວັດວາອາຮາມຢູ່ບ້ານຕື່ມອີກ.
# ຂ່າວ- ພາບ : ບຸນມີ