ກຸ່ມຫົວຊຽງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກ

    ກຸ່ມບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຂຶ້ນວັນທີ 22 ທັນວາ 2021 ຢູ່ສະໂມສອນໂຮງຮຽນ ມສ ໄຜ່ລ້ອມ  ໂດຍເປັນປະທານຂອງສະຫາຍ ບົວລີ ແກ້ວມະນີວັນ ຮອງເລຂາພັກ ປະທານກວດກາພັກ-ລັດເມືອງໄຊທານີ ມີເລຂາຄະນະພັກຮາກຖານກຸ່ມຫົວຊຽງ ບັນດາເລຂາໜ່ວຍພັກບ້ານ ແລະ ນາຍບ້ານທົ່ວກຸ່ມຫົວຊຽງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຜ່ານມາ ແລະ ສະເໜີແຜນການຜັນຂະຫຍາຍມະຕິ XI ຂອງພັກ ຕິດພັນກັບມະຕິ VII ອົງຄະນະພັກ ນວ ຂອງພະແນກການ ແລະ ເມືອງຈໍານວນໜຶ່ງ ຮັບຟັງການເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ເພື່ອເປັນບ່ອນອິງໃຫ້ຄະນະພັກແຕ່ລະຂັ້ນ ໂດຍສະເພາະ ບ້ານ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກທຸກສະຫາຍໄດ້ກຳແໜ້ນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈເປັນເອກກະພາບທາງດ້ານທັດສະນະແນວຄິດ ແລະ ການກະທຳ ໃຫ້ມີການປ່ຽນແປງຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.

# ຂ່າວ- ພາບ : ລັດເວລາ

error: Content is protected !!