ສສກ ຕີລາຄາຄືນວຽກງານຈັດຕັ້ງຂະແໜງການສຶກສາ ແລະ ກີລາ ຄັ້ງທີ IX

    ໃນລະຫວ່າງວັນທີ 21-22 ທັນວາ 2021 ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມວຽກງານຈັດຕັ້ງຂອງຂະແໜງການສຶກສາ ແລະ ກີລາ ຄັ້ງທີ IX ແລະ ເຊື່ອມຊຶມມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແບບເຊິ່ງໜ້າ ແລະ ທາງໄກ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການກໍ່ສ້າງພັກ-ພະນັກງານ ການປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການໄລຍະ 5 ປີ ຕໍ່ໜ້າ ( 2021-2025) ໂດຍເປັນປະທານຂອງສະຫາຍ ຮສ ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ສສກ ມີບັນດາຄະນະປະຈຳພັກ ຄະນະພັກ ຄະນະລັດຖະມົນຕີ ສສກ ເລຂາຄະນະພັກຮາກຖານມະຫາວິທະຍາໄລແຫ່ງຊາດ ສຸພານຸວົງ ຈຳປາສັກ ແລະ ມະຫາວິທະຍາໄລສະຫວັນນະເຂດ ພ້ອມດ້ວຍເລຂາຄະນະພັກຮາກຖານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ສະຫາຍ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງ ສສກ ປະຕິບັດ 2 ວາລະແຫ່ງຊາດ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໂດຍສຸມໃສ່ການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ ບົນຈິດໃຈບຸກທະລຸຢ່າງແຂງແຮງ ອົງຄະນະພັກກະຊວງ ສສກ ສະໄໝທີ IX ໄດ້ນຳພາ-ຊີ້ນຳ ສຸມໃສ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ຄະນະພັກແຕ່ລະຂັ້ນ ພ້ອມດ້ວຍພະນັກງານ ສະມາຊິກພັກ ໄດ້ເຊີດຊູຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ນຳພາ-ຊີ້ນຳສ້າງຂະບວນການທີ່ສຳຄັນໃນວຽກງານການເມືອງ ແລະ ວຽກງານວິຊາສະເພາະ ບັນດາຄະນະພັກ ລ້ວນແຕ່ເປັນເຈົ້າການແຂ່ງຂັນກັນສ້າງຜົນງານ ບັນດາສະມາຊິກພັກ-ພະນັກງານກໍໄດ້ເປັນເຈົ້າການເຂົ້າຮ່ວມປະກອບສ່ວນເຂົ້າໃນວຽກງານທຸກໆດ້ານຢ່າງຫ້າວຫັນ ພ້ອມນັ້ນ ພວກເຮົາໄດ້ມີການປັບປຸງປົວແປງພາຍໃນພັກດ້ວຍການເປີດບັ້ນດຳເນີນຊີວິດການເມືອງຢ່າງກວ້າງຂວາງ ໄດ້ລົງຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງເປັນປົກກະຕິ ໂດຍຕິດພັນກັບການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃຫ້ສະມາຊິກພັກໄດ້ເຂົ້າຮ່ວມໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນເຂົ້າໃນວຽກງານ ກໍຄືເອກະສານສຳຄັນຕ່າງໆ.

    ພ້ອມກັນນີ້ ຍັງຈະໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສຳຄັນ ເປັນຕົ້ນແມ່ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ມະຕິ 04/ຄລສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ຜ່ານ (ຮ່າງ) ບົດລາຍງານການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ 5 ປີ (2016-2020) ແລະ ທິດທາງແຜນການໃນຕໍ່ໜ້າ ແຕ່ປີ 2021-2025 ພ້ອມກັນນັ້ນ ຈະໄດ້ຮັບຟັງການປະກອບຄໍາເຫັນຈາກ 6 ພາກສ່ວນ 

    ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດທິດທາງວຽກງານ ແລະ ຜັນຂະຫຍາຍວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ວຽກງານຈັດຕັ້ງ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ສສກ ໄດ້ວາງອອກໃຫ້ເລິກເຊິ່ງ ຖືກກັບຄວາມເປັນຈິງ ຍົກໃຫ້ເຫັນດ້ານຜົນສຳເລັດທີ່ຕັ້ງໜ້າ ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ຊອກໃຫ້ເຫັນສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແນໃສ່ປັບປຸງກໍ່ສ້າງພັກເຮົາໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຕິບັດການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານໃຫ້ເປັນຮູບປະທໍາຕົວຈິງ ພ້ອມທັງກຳນົດທິດທາງໜ້າທີ່ ບັນດາຄາດໝາຍທີ່ຕ້ອງໄດ້ສູ້ຊົນປະຕິບັດໃນຕໍ່ໜ້າ ບັນດາເນື້ອໃນທີ່ຈະນຳມາເຜີຍແຜ່ ນຳສະເໜີ ແລະ ປຶກສາຫາລືຢູ່ໃນກອງປະຊຸມຄັ້ງນີ້ ລ້ວນແລ້ວແຕ່ມີຄວາມສຳຄັນຫຼາຍຕໍ່ວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ຂໍຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກທຸກຂັ້ນ ແລະ ຜູ້ແທນກອງປະຊຸມທຸກສະຫາຍ ສຸມສະຕິປັນຍາໃສ່ການຄົ້ນຄວ້າ ປະກອບຄຳເຫັນໃຫ້ລົງເລິກ ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຈະແຈ້ງ ຮັດກຸມ ຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ ຫຼີກເວັ້ນການປະກອບຄຳເຫັນທີ່ມີລັກສະນະລວມໆ ອັນສຳຄັນແມ່ນໃຫ້ບັນດາສະຫາຍພ້ອມກັນລົງເລິກປະກອບຄຳເຫັນໃສ່ບັນຫາຕ່າງໆທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

# ຂ່າວ- ພາບ : ບຸນມີ

error: Content is protected !!