ສະເຫຼີມສະຫຼອງຄົບຮອບ 25 ປີ ແຫ່ງການພັດທະນາ ມຊ

   ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 25 ປີ ຂັດຂຶ້ນວັນທີ 22 ທັນວາ 2021 ທີ່ສະຖາບັນຂົງຈື ມຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລູນ ສີສຸລິດ ປະທານປະເທດ ທ່ານ ບໍ່ແສງຄໍາ ວົງດາລາ ປະທານສະພາ ມຊ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍລັດຖະມົນຕີຈາກບັນດາກະຊວງອ້ອມຂ້າງສູນກາງ ຫົວໜ້າສູນ ສະຖາບັນການສຶກສາ ອະດີດການນໍາ ມຊ ຄະນະບໍດີ ພະນັກງານຄູອາຈານ ແລະ ແຂກຖືກເຊີນ. 

    ທ່ານ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ ໄດ້ລາຍງານສະພາບການເຄື່ອນໄຫວ ແລະ ຜົນງານຂອງມະຫາວິທະຍາໄລແຫ່ງຊາດໃນໄລຍະ 25 ປີ 1996-2021 ວ່າ:ຕະຫຼອດໄລຍະ 25 ປີແຫ່ງການພັດທະນາ ມຊ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງໄດ້ປັບປຸງກົງຈັກການຈັດຕັ້ງໃຫ້ແທດເໝາະກັບສະພາບປັດຈຸບັນ ດ້ານການຮຽນ-ການສອນ ໄດ້ຖືເອົາວຽກງານການຮຽນ-ການສອນ ເປັນໝາກຫົວໃຈສຳຄັນໃນການກໍ່ສ້າງນັກສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ສ່ວນຫຼັກສູດການຮຽນ-ການສອນ ແຕ່ລະໄລຍະຂອງການພັດທະນາ ໄດ້ດໍາເນີນການຮຽນ-ການສອນໃນຫຼາຍລະດັບນັບແຕ່ປີ 1996 ເຖິງ 2021 ມີການສ້າງຫຼັກສູດລວມທັງໝົດ 233 ຫຼັກສູດ ພ້ອມນັ້ນ ໄດ້ສ້າງບຸຄະລາກອນຮັບໃຊ້ປະເທດຊາດລວມທັງໝົດ 120.171 ຄົນ ຍິງ 44.675 ຄົນ ດ້ານການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ໄດ້ສໍາເລັດການເຮັດບົດຄົ້ນຄວ້າວິທະຍາສາດ 697 ໂຄງການ ມີນັກຄົ້ນຄວ້າທັງໝົດ 1.142 ທ່ານ ຍິງ 459 ທ່ານ ໄດ້ຮ່ວມມືກັບມະຫາວິທະຍາໄລຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ. 

    ເພື່ອບັນລຸຈຸດໝາຍລວມຕາມພາລະບົດບາດ ໜ້າທີ່ ແລະ ວິໄສທັດຂອງ ມຊ ໃນການພັດທະນາຄຸນນະພາບການສຶກສານັ້ນ ມຊ ໄດ້ກຳນົດເປັນ 7 ແຜນງານ 37 ໂຄງການ ເຊິ່ງມາດຕະການຈັດຕັ້ງປະຕິບັດ ເນັ້ນໃສ່ຫັນການຮຽນ-ການສອນແບບອອນລາຍ ແລະ ນໍາໃຊ້ ICT Technology ພັດທະນາຫຼັກສູດນານາຊາດ ຫັນການຮຽນ-ການສອນເປັນພາສາອັງກິດ ແລະ ຫັນເອົາການຮຽນ-ການສອນ ເຝິກອົບຮົມພາສາຈີນໃຫ້ຫຼາຍຂື້ນ ພ້ອມທັງສ້າງນັກສຶກສາທີ່ຈົບໄປໃຫ້ກາຍເປັນຜູ້ປະກອບການເອງ ສົ່ງເສີມການຮຽນຮູ້ ແລະການນໍາໃຊ້ ICT Technology ແລະ Innovation ແລະ ສ້າງນັກສຶກສາໃຫ້ມີຄວາມຮູ້ຢ່າງຫຼາກຫຼາຍ. 

    ໃນພິທີອັນມີຄວາມສໍາຄັນນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຮັບນາມມະຍົດສາດສະດາຈານກິດຕິມະສັກ ສາຂາຍຸດທະສາດການພັດທະນາ ໂດຍການມອບຂອງປະທານສະພາ ມຊ ພ້ອມນັ້ນ ຍັງໄດ້ມີການມອບໃບຍ້ອງຍໍດີເດັ່ນໃຫ້ນັກຄົ້ນຄວ້າສາຍທໍາມະຊາດປະເພດ 1 ມີ 13 ທ່ານ ປະເພດ 2 ມີ 14 ທ່ານ ປະເພດ 3 ມີ 14 ທ່ານ ນັກຄົ້ນຄວ້າດີເດັ່ນສາຍສັງຄົມ ປະເພດ 1,2,3 ປະເພດລະ 8 ທ່ານ ມອບໃບຍ້ອງຍໍການບໍລິການວິຊາການດີເດັ່ນ ປະກອບມີກົມກອງດີເດັ່ນປະເພດ 1 ມີ 2 ກົມກອງ ປະເພດ 2 ມີຈຳນວນ 3 ກົມກອງ ປະເພດ 3 ມີຈຳນວນ 8 ກົມກອງ ແລະ ບຸກຄົນດີເດັ່ນ ປະເພດ 1 ມີ 6 ຄົນ ປະເພດ 2 ມີ 60 ຄົນ ປະເພດ 3 ມີ 63 ຄົນ ແລະ ມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ພາກສ່ວນທີ່ໃຫ້ທຶນການສຶກສາແກ່ ມຊ ໃນໄລຍະ 10 ປີຜ່ານມາ ປະກອບມີ 9 ພາກສ່ວນ. 

    ຕອນທ້າຍ ປະທານປະເທດໄດ້ມີຄໍາເຫັນໂອ້ລົມ ໂດຍໃນຊຸມປີຕໍ່ໜ້າ ໃຫ້ສືບຕໍ່ປັບປຸງ ສ້າງ ມຊ ໃຫ້ເປັນສະຖາບັນການສຶກສາຊັ້ນສູງແຖວໜ້າຂອງປະເທດ ມີມາດຕະຖານ ແລະ ຄຸນນະພາບໃກ້ຄຽງກັບບັນດາປະເທດໃນພາກພື້ນ ແລະ ສາກົນ ກໍຄືເປັນເຈົ້າຕົນເອງ ມີຄວາມສາມາດແຂ່ງຂັນໃນການເຊື່ອມໂຍງກັບຕ່າງປະເທດ ສ້າງ ມຊ ໃຫ້ກາຍເປັນສູນແຫ່ງການຮຽນຮູ້ ແລະ ຖ່າຍທອດບົດຮຽນດ້ານສາດແຫ່ງຄວາມຮູ້ໃນຂະແໜງການຕ່າງໆ ເປັນແຫຼ່ງຕອບສະໝອງກັນແຖວບຸຄະລາກອນທີ່ມີຄຸນນະພາບໃຫ້ແກ່ການພັດທະນາໃນໄລຍະໃໝ່.

# ຂ່າວ- ພາບ : ຂັນທະວີ

error: Content is protected !!