ເປີດການດໍາເນີນຄະດີປົກຄອງຢ່າງເປັນທາງການ

   ພິທີຖະແຫຼງຂ່າວການດໍາເນີນຄະດີປົກຄອງຢ່າງເປັນທາງການ ຈັດຂຶ້ນວັນທີ 22 ທັນວາ 2021 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ມີບັນດາທ່ານລັດຖະມົນຕີ ປະທານອົງການ ປະທານກໍາມາທິການ ຈາກສະພາແຫ່ງຊາດ ບັນດາທ່ານຮອງລັດຖະມົນຕີກະຊວງ ຮອງປະທານອົງການ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຄະນະຈັດຕັ້ງສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ຄະນະພົວຕ່າງປະເທດສູນກາງພັກ ສູນກາງແນວລາວສ້າງຊາດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະທານສະຫະພັນກໍາມະບານ ປະທານສູນກາງສະຫະພັນແມ່ຍິງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ຄືດັ່ງບັນດາທ່ານໄດ້ຮັບຮູ້ແລ້ວວ່າ ພັກ ແລະ ລັດຖະບານ ຍາມໃດກໍຖືເອົາການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດວ້ຍກົດໝາຍ ເປັນບັນຫາສໍາຄັນໄປຄຽງຄູ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມໝັ້ນຄົງທາງດ້ານການເມືອງ ເສດຖະກິດມີການຂະຫຍາຍຕົວ ສັງຄົມສີວິໄລ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ສະແດງອອກ ລັດໄດ້ກໍານົດລະບຽບການ ສະໜອງງົບປະມານ ສ້າງ ແລະ ເຝິກອົບຮົມບຸຄະລາກອນ ອໍານວຍຄວາມສະດວກດ້ານພາຫະນະ ແລະ ອຸປະກອນ ເພື່ອໃຫ້ການພິຈາລະນາແກ້ໄຂ ຫຼື ຕັດສິນຄະດີມີຄວາມຖືກຕ້ອງ ວ່ອງໄວ ໂປ່ງໃສ ແລະ ຍຸຕິທໍາ ຕາມທີ່ໄດ້ກໍານົດໄວ້ໃນແຜນພັດທະນາລະບົບສານປະຊາຊົນໃນໄລຍະ 5 ປີ (2021-2025) ທີ່ໄດ້ຮັບຮອງ. 

    ໃນໄລຍະຜ່ານມາ ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍຫຼາຍສະບັບໃນທຸກຂົງເຂດວຽກງານ ເພື່ອເປັນບ່ອນອີງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການລັດແຕ່ລະຂັ້ນ ລວມທັງການເຄື່ອນໄຫວພົວພັນທາງສັງຄົມ ທີ່ນັບມື້ນັບຂະຫາຍຕົວຢ່າງເລິກເຊິ່ງ ກວ້າງຂວາງ ສະຫຼັບສັບຊ້ອນຫຼາຍຂຶ້ນກວ່າເກົ່າ ບັນຫາປາກົດການຫຍໍ້ທໍ້ ແລະ ຂໍ້ຂັດແຍ່ງໃນສັງຄົມກໍນັບມື້ເກີດຂຶ້ນຫຼາຍ ທີ່ພົວພັນເຖິງຄະດີອາຍາ ຄະດີແພ່ງ ຄະດີຄອບຄົວ ແລະ ອື່ນໆ ເຊິ່ງຈໍານວນໜຶ່ງແມ່ນພົວພັນເຖິງດ້ານປົກຄອງ ຫຼື ທາງບໍລິຫານລະຫວ່າງອົງການຈັດຕັ້ງລັດ ພະນັກງານ-ລັດຖະກອນ ອົງການຈັດຕັ້ງ ແລະ ພົນລະເມືອງ..

# ຂ່າວ- ພາບ : ສີພອນ

error: Content is protected !!