ປະກາດນໍາໃຊ້ລະບຽບການຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມຕາມແຄມແມ່ນໍ້າຂອງ

     ໃນອາທິດທີ່ຜ່ານມາ ອົງການກອງທຶນອະນຸຮັກທໍາມະຊາດໂລກປະຈໍາລາວ (WWF Laos) ໄດ້ສົມທົບກັບພະແນກກະສິກໍາ-ປ່າໄມ້ແຂວງສະຫັວນນະເຂດ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊບູລີ ຈັດພິທີປະກາດນໍາໃຊ້ກົດລະບຽບການຄຸ້ມຄອງວັງສະຫງວນແບບມີສ່ວນຮ່ວມຕາມລໍາແມ່ນໍ້າຂອງ ພ້ອມທັງສ້າງກິດຈະກໍາປ່ອຍປາລົງສູ່ວັງສະຫງວນ ແລະ ຈັດກິດຈະກໍາຖາມຕອບກ່ຽວກັບການບໍລິຫານຈັດການສິ່ງເສດເຫຼືອໃຫ້ກັບຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຂຶ້ນ ໂດຍດເປັນປະທານຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ ມີທ່ານນາງ ຊາຣາ ຈອດ ຜູ້ປະສານງານແຜນງານນໍ້າຈືດປະຈໍາແຂວງສະຫວັນນະເຂດ ຕາງໜ້າຈາກຂະແໜງ ລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ວັງສະຫງວນທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ປະກາດນໍາໃຊ້ກົດລະບຽບຂອງວັງປະຈໍາບ້ານພ້ອມກັນໃນຄັ້ງນີ້ປະກອບມີ: ວັງສະຫງວນຫີນຄອກມ້າ ບ້ານສະຫວ່າງ ປະກາດໃຊ້ກົດລະບຽບແຕ່ວັນທີ 13 ທັນວາຜ່ານມາ ເຊິ່ງວັງສະຫງວນແຫ່ງນີ້ ມີເນື້ອທີ່ 30,68 ເຮັກຕາ ວັງສະຫງວນຫີນແມ່ຊ້າງ ບ້ານແກ້ງກະເບົາໃຕ້ ເປີດນໍາໃຊ້ກົດລະບຽບຄັ້ງວັນທີ 14 ທັນນວາ 2021 ມີເນື້ອທີ່ 9,32 ເຮັກຕາ ວັງສະຫງວນວັງນໍ້າຄໍາ ບ້ານປາກເຊບັ້ງໄຟ ເປີດນໍາໃຊ້ກົດລະບຽບວັນທີ 17 ທັນວາ 2021 ແລະ ວັງສະຫງວນວັງຜາບິ້ງ ບ້ານສີວິໄລ ເປີດນໍາໃຊ້ກົດລະບຽບວັງສະຫງວນຂອງບ້ານໃນວັນທີ 20 ທັນວາ 2021. 

    ການສ້າງຕັ້ງວັງສະຫງວນ ແລະ ເປີດນໍາໃຊ້ກົດລະບຽບວັງສະຫງວນຂອງແຕ່ລະບ້ານລຽບຕາມລໍາແມ່ນໍ້າຂອງຄັ້ງນີ້ ເພື່ອເປັນການອະນຸຮັກ-ປົກປັກຮັກສາຊະນິດພັນປາ ແລະ ສັດນໍ້າຊະນິດອື່ນໆໃຫ້ມີຄວາມອຸດົມສົມບູນ ແລະ ມີຄວາມຍືນຍົງ ເພື່ອເປັນແຫຼ່ງທີ່ຢູ່ອາໄສ ພັກເຊົາ ຫຼື ລີ້ຊ່ອນ ແຫຼ່ງວາງໄຂ່ ບ່ອນແຜ່ພັນ ເພື່ອເພີ່ມຈໍານວນຊະນິດພັນປາ ແລະ ສັດນໍ້າອື່ນໆຕາມລະດູການ ເພື່ອເປັນແຫຼ່ງຄໍ້າປະກັນສະບຽງອາຫານໃຫ້ແກ່ປະຊາຊົນພາຍໃນບ້ານໃນປັດຈຸບັນ ແລະ ອະນາຄົດ ເພື່ອເປັນແຫຼ່ງທ່ອງທ່ຽວໃນທາງການອະນຸຮັກທໍາມະຊາດ ສິ່ງແວດລ້ອມ ແລະ ວັດທະນະທໍາທີ່ຕິດພັນກັບຮີດຄອງປະເພນີຂອງທ້ອງຖິ່ນໃນຕໍ່ໜ້າ ແລະ ຍາວນານ.

    ທ່ານ ສີວິໄລ ອິນທະລືໄຊ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະປະຊາຊົນເຂດບ້ານດັ່ງກ່າວ ໃຫ້ເອົາໃຈໃສ່ໃນການປະຕິດກົດລະບຽບ ແລະ ປົກປັກຮັກສາວັງສະຫງວນຂອງບ້ານ ໂດຍສະເພາະ ຫ້າມບຸກຄົນ ຫຼື ກຸ່ມຄົນໃດໜຶ່ງນໍາໃຊ້ເຄື່ອງມືຜິດກົດໝາຍ ແລະ ເຄື່ອງມືທົ່ວໄປທຸກປະເພດ ເຂົ້າຫາປາ ແລະ ສັດນໍ້າທຸກຊະນິດຢູ່ຂອບເຂດວັງສະຫງວນຕະຫຼອດປີຢ່າງເດັດຂາດ ຖ້າບຸກຄົນ ຫຼື ກຸ່ມຄົນໃດຫາກມີການຝ່າຝືນແມ່ນຈະຖືກປັບໃໝຕາມກົດລະບຽບວັງສະຫງວນຂອງບ້ານຢ່າງເຂັ້ມງວດ ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມ ຂອບໃຈມາຍັງທຸກພາກສ່ວນທີ່ມີສ່ວນຮ່ວມໃນການສ້າງຕັ້ງວັງສະຫງວນຢູ່ເມືອງໄຊບູລີ ໂດຍສະເພາະ WWF Laos  ອົງການອະນຸຮັກທໍາມະຊາດໂລກປະເທດສະວິດ ແລະ ສິງກະໂປ ທີ່ໃຫ້ການສະໜັບສະໜູນ ໂຄງການ ສົ່ງເສີມການຈັດການວຽກງານການປະມົງ ຢູ່ລຽບຕາມລໍາແມ່ນໍ້າຂອງຢ່າງມີຜົນສຳເລັດ.

    ໃນພິທີດັ່ງກ່າວ ຍັງໄດ້ມີການມອບເຄື່ອງຂອງຕ່າງໆໃຫ້ກັບທີມງານລາດຕະເວນຂັ້ນບ້ານເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ປະກອບມີ: ຊຸດແບບຟອມບ້ານລະ 10 ຊຸດ ໜວກ ບ້ານລະ 10 ໜ່ວຍ ເສື້ອຊູຊີບບ້ານລະ 10 ໂຕ ກ້ອງສ່ອງທາງໄກບ້ານລະ 1 ອັນ ເຄື່ອງຂະຫຍາຍສຽງບ້ານລະ 1 ອັນ ໄຟສາຍໃຫຍ່-ນ້ອຍ ບ້ານລະ 1 ອັນ ກ່່ອງໃສ່ເອກກະສານບ້ານລະ 1 ອັນ ຕຸກໃສນໍ້າມັນບ້ານລະ 1 ອັນ ແລະ ມອບປື້ມຄູ່ມືກົດລະບຽບວັງສະຫງວນບ້ານລະ 30 ຫົວ ພ້ອມແຈກຢາຍໃຫ້ຜູ້ຊີ້ນໍາກຸ່ມນາຍບ້ານ ປກສ ປກຊ ນາຍບ້ານໆໃກ້ຄຽງ ເພື່ອນໍາເອົາໄປຜັນຂະຫຍາຍໃຫ້ປະຊາຊົນມີຄວາມຮັບຮູ້ ເຂົ້າໃຈ ກ່ຽວກັບກົດລະບຽບວັງສະຫງວນຢ່າງທົ່ວເຖິງ ຈາກນັ້ນ ກໍໄດ້ພ້ອມພາກັນນໍາປາໄປປ່ອຍໃສ່ວັງສະຫງວນບ້ານລະ 1.600 ໂຕ ເພື່ອເພີ່ມຄວາມອຸດົມສົມບູນແກ່ວັງສະຫງວນຕື່ມອີກ.

# ຂ່າວ- ພາບ : ລັດເວລາ

error: Content is protected !!