ອົງການກາແດງລາວ ໄດ້ຮັບການຊ່ວຍເຫຼືອລົດບັນທຸກ 1 ຄັນ

    ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ມອບລົດຈຳນວນ 1 ຄັນ ໃຫ້ແກ່ອົງການກາແດງລາວ ເພື່ອນຳໃຊ້ເຂົ້າໃນວຽກງານຂົນສົ່ງພາລາທິການຂອງອົງການກາແດງລາວ ໃຫ້ມີຄວາມກຽມພ້ອມຮັບມື ແລະ ຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປຮອດມືຂອງປະຊາຊົນທັນການ ແລະ ວ່ອງໄວ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນວັນທີ 17 ທັນວາ 2021 ຢູ່ອົງການກາແດງລາວ ກ່າວມອບໂດຍທ່ານ ນາງ ແຄັດ ທຣີນ ຄລາສັນ ຫົວໜ້າຄະນະຜູ້ແທນກຸ່ມບັນດາປະເທດລຸ່ມແມ່ນໍ້າຂອງ ປະເທດໄທ ກໍາປູເຈຍ ລາວ ແລະ ຫວຽດນາມ ປະຈຳຫ້ອງການສະຫະພັນກາແດງ ແລະ ຊີກວົງເດືອນແດງ ປະຈຳບາງກອກ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ທ່ານ ນາງ ແຄັດທຣີນ ຄລາສັນ ໄດ້ສະແດງຄວາມດີໃຈ ທີ່ໄດ້ປະກອບສ່ວນໃນການຊ່ວຍເຫຼືອ ເຊິ່ງລົດທີ່ນຳມາມອບໃນຄັ້ງນີ້ ແມ່ນປະເພດລົດບັນທຸກຂະໜາດ 6 ລໍ້ ຍີ່ຫໍ້ ISUZU ຮຸ່ນ NPRK 71 K ແຮງຈັກ 4.750 cc 121 ແຮງມ້າ ສາມາດບັນຈຸໄດ້ 4,3 ໂຕນ ລວມມູນຄ່າ 39.000 ໂດລາສະຫະລັດ ຫຼື ປະມານ 434 ລ້ານກີບ ທ່ານນາງ ແຄັດທຣີນ ຄລາສັນ ເຊື້ອໝັ້ນວ່າ ການຊ່ວຍເຫຼືອຄັ້ງນີ້ ເປັນການເພີ່ມຄວາມພ້ອມໃນການຕອບໂຕ້ຢ່າງມີປະສິດທິພາບ ພ້ອມດຽວກັນນັ້ນ ຍັງໄດ້ຈັດຊື້ເຄື່ອງໃຊ້ຄົວເຮືອນ 764 ຊຸດ ເຄື່ອງສຸຂະອະນາໄມ 860 ຊຸດ ສ້ອມແປງສາງກາແດງພາກໃຕ້ຢູ່ແຂວງຈໍາປາສັກ ລວມມູນຄ່າ 671.750.650 ກີບ ນອກນັ້ນ ຍັງເສີມສ້າງຄວາມສາມາດໃຫ້ກັບບຸຄະລາກອນເຊັ່ນ:ສ້າງທີມງານຕອບໂຕ້ໄພພິບັດໃນພາວະສຸກເສີນໃນລະດັບສູນກາງ ແລະ ແຂວງ ການສະໜັບສະໜູນໃນການຮັບມື ແລະ ຕອບໂຕ້ໄພພິບັດ ແມ່ນດຳເນີນງານຫຼັກໃນດ້ານວຽກງານມະນຸດສະທຳທີ່ເຂັ້ມແຂງຂຶ້ນໃນ ສປປ ລາວ. 

    ໃນໂອກາດນີ້ ທ່ານ ພູທອນ ເມືອງປາກ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ສະຫະພັນກາແດງ ແລະ ຊີກວົງເດືອນແດງ ທີ່ໄດ້ປະກອບສ່ວນໃນການຊ່ວຍເຫຼືອພາຫະນະໃຫ້ແກ່ອົງການກາແດງລາວໃນຄັ້ງນີ້ ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ອົງການກາແດງລາວຂາດເຂີນລົດປະເພດບັນທຸກ ເພາະວ່າລົດບັນທຸກທີ່ມີຢູ່ໃນອົງການກາແດງລາວແມ່ນມີລັກສະນະເກົ່າ ບໍ່ຮັບປະກັນຄວາມປອດໄພ ສາມາດນຳໃຊ້ຂົນສົ່ງໄດ້ພຽງແຕ່ຄັນດຽວ ຈຶ່ງບໍ່ສາມາດຕອບສະໜອງກັບຄວາມຕ້ອງການໃນການຂົນສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກລົງສູ່ທ້ອງຖິ່ນໃຫ້ທັນກັບສະພາບການ ສຳລັບພາຫະທີ່ໄດ້ເພີ່ມຕື່ມອີກ 1 ຄັນນີ້ ແມ່ນມີຄຸນຄ່າຢ່າງຍິ່ງຕໍ່ອົງການກາແດງລາວ ເພາະວ່າຈະໄດ້ນຳໃຊ້ເຂົ້າໃນວຽກກງານຂົນສົ່ງພາລາທິການຂອງອົງການກາແດງລາວໃຫ້ມີຄວາມວ່ອງໄວ ທັນເຫດການຂຶ້ນກວ່າເກົ່າ ໃນເວລາເກີດເຫດການສຸກເສີນ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!