ເຕືອນຜູ້ຂັບຂີ່ຈົ່ງລະມັດລະວັງ ຖະໜົນທ່າເດື່ອມີການສ້ອມແປງຫຼາຍຈຸດ

    ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກຫຼາຍຂຶ້ນ ເນື່ອງຈາກລະດູຝົນຜ່ານມາ ມີເສັ້ນທາງບາງເສັ້ນມີການເປ່ເພ ດັ່ງນັ້ນ ພາກສ່ວນກ່ຽວຂ້ອງກໍໄດ້ມີການສ້ອມແປງຈຸດທີ່ເປ່ເພຖະໜົນບາງສາຍ ໃນນີ້ ກໍມີຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼາຍວຽງຈັນ ມີຫຼາຍຈຸດໄດ້ມີການສ້ອມແປງ ໂດຍສະເພາະແຕ່ສາມແຍກຈີ່ນາຍໂມ້ ໄປຫາໂຮງງານເບຍລາວ. 

    ດັ່ງນັ້ນ ຈຶ່ງເຕືອນມາຍັງຜູ້ຂັບຂີ່ຍານພາຫະນະທີ່ມີຈຸດປະສົງນຳໃຊ້ຖະໜົນເສັ້ນດັ່ງກ່າວ ຈົ່ງລະມັດລະວັງໂດຍສະເພາະການເດີນທາງເວລາກາງຄືນ ຕ້ອງຄ່ອຍໄປຄ່ອຍມາ ທັງນີ້ກໍເພື່ອຫຼີກລ່ຽງການເກີດອຸບັດເຫດຕາມມາ.

# ຂ່າວ & ພາບ : ສົມສະຫວັນ 

error: Content is protected !!