ການສໍາຫຼວດສະຖິຕິກະສິກໍາ ມີບົດບາດສໍາຄັນໃນການພັດທະນາຂະແໜງວຽກງານຕ່າງໆ

    ກອງປະຊຸມປະກາດຜົນຂອງການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III 2019/2020 ຈັດຂຶ້ນວັນທີ 21 ທັນວາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງ ຜທ ມີບັນດາຫົວໜ້າກົມ ຫົວໜ້າຫ້ອງການຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ: ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຂອງ ສປປ ລາວ ໄດ້ຈັດຕັ້ງປະຕິບັດຄັ້ງທໍາອີດ ໃນປີ 1998/1999 ແລະ ໄດ້ຖືກຈັດຕັ້ງປະຕິບັດທຸກໆ 10 ປີ ນັບແຕ່ນັ້ນມາ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ III ໄດ້ຖືກຈັດຕັ້ງປະຕິບັດໃນປີ 2019/2020 ໂດຍສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງກະສິກໍາ ແລະ ປ່າໄມ້ ການສໍາຫຼວດຄັ້ງນີ້ ໄດ້ຖືກຈັດຕັ້ງປະຕິບັດແຕ່ປີ 2018-2020 ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ແມ່ນວຽກງານສໍາຄັນທາງດ້ານສະຖິຕິ ໃນການສະໜອງຂໍ້ມູນໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກໍຄືການນໍາໃຊ້ດີນ ຊົນລະປະທານ ການປູກຝັງ ປ່າໄມ້ ລ້ຽງສັດ ການປະມົງ ເຄື່ອງກົນຈັກ ອຸປະກອນການບໍລິການກະສິກໍາ ການນໍາໃຊ້ແຮງງານ ການຄໍ້າປະກັນສະບຽງອາຫານ ແລະ ສິ່ງແວດລ້ອມ ອົງການອາຫານ ແລະ ກະເສດໄດ້ໃຫ້ການສະໜັບສະໜູນດ້ານວິຊາການໃນການກະກຽມ ແລະ  ຈັດຕັ້ງປະຕິບັດການສໍາຫຼວດໃນຄັ້ງນີ້  ໂດຍອີງຕາມກົດໝາຍວ່າດ້ວຍສະຖິຕິ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອະນຸມັດໃຫ້ຈັດຕັ້ງປະຕິບັດການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ໄດ້ຖືກພັດທະນາລະບອບວິທີ ແລະ ການອອກແບບຕົວແທນ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງໃນແຕ່ລະໄລຍະ ພ້ອມນີ້ ກໍຍັງເປັນຂໍ້ມູນພື້ນຖານໃນການພັດທະນາການຂຶ້ນທະບຽນທຸລະກິດໃນຂະແໜງການກະສິກໍາ ການສໍາຫຼວດສະຖິຕິກະສິກໍາ ຄັ້ງທີ III ຍັງມີບົດບາດສໍາຄັນໃນການພັດທະນາຂະແໜງການອື່ນໆໃນຂົງເຂດເສດຖະກິດ ໃນການຕິດຕາມປະເມີນໄລຍະສັ້ນ ແລະ ໄລຍະຍາວ ໃນປີ 2019/2020.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!