ຫາລືກ່ຽວກັບຮ່າງນະໂຍບາຍຄູແຫ່ງຊາດ

    ວັນທີ 20 ທັນວາ ທີ່ກະຊວງສຶກສາທິການ ແລະ ກີລາ (ຕຶກ ICT) ຈັດກອງປະຊຸມຫາລືລະດັບຊາດ ກ່ຽວກັບຮ່າງນະໂຍບາຍຄູແຫ່ງຊາດ ທີ່ພັດທະນາໄປຕາມມິຕິ 1-4 (ຜ່ານທາງອອນລາຍ) ໂດຍການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ມີທ່ານນາງ ມາກາເຣດ ຊັດສ໌-ອິສະຣາແອນ ຫົວໜ້າພະແນກການສຶກສາຮຽນຮ່ວມທີ່ມີຄຸນນະພາບ ອົງການອຸຍເນັດສະໂກ ບາງກອກ ປະເທດໄທ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ເກດ ພັນລັກ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືລະດັບຊາດ ກ່ຽວກັບຮ່າງນະໂຍບາຍຄູແຫ່ງຊາດ ທີ່ພັດທະນາໄປຕາມມິຕິ 1-4 ເຊິ່ງການພັດທະນານະໂຍບາຍຄູແຫ່ງຊາດ ແມ່ນການກຳນົດບູລິມະສິດ ບໍ່ພຽງແຕ່ໄດ້ຮັບການກະຕຸກຊຸກຍູ້ຈາກການສຶກສາທີ່ມີຄຸນນະພາບຕໍ່າທົ່ວຂະແໜງການ ແລະ ທົ່ວປະເທດເທົ່ານັ້ນ ແຕ່ຍັງແມ່ນຄວາມມຸ່ງໝັ້ນຂອງລັດຖະບານ ເພື່ອຮັບປະກັນໃຫ້ຄູອາຈານ ແລະ ນັກສຶກສາໄດ້ຮັບການສົ່ງເສີມ ໄດ້ຮັບການບັນຈຸເຂົ້າເຮັດວຽກ ໄດ້ຮັບການເຝິກອົບຮົມເປັນຢ່າງດີ ມີຄຸນວຸດທິທາງດ້ານວິຊາຊີບ ໄດ້ຮັບແຮງຈູງໃຈ ໄດ້ຮັບການສະໜັບສະໜູນດ້ານຊັບພະຍາກອນທີ່ເໝາະສົມ ມີລະບົບຄຸ້ມຄອງທີ່ມີປະສິດທິພາບ (ເປົ້າໝາຍການພັດທະນາແບບຍືນຍົງ (SDG) ສຳລັບແຜນການຮ່າງນະໂຍບາຍຄູ ໄດ້ເລີ່ມມາແຕ່ເດືອນກໍລະກົດຈົນເຖິງເດືອນທັນວາ 2021 ມາຮອດປັດຈຸບັນ ການຮ່າງນິຕິກຳ ນະໂຍບາຍຄູແຫ່ງຊາດ ທີ່ໄດ້ພັດທະນາໄປຕາມມິຕິທີ 1-4 ໄດ້ສຳເລັດສະບັບຮ່າງ ຈາກການຈັດກອງປະຊຸມປຶກສາຫາລືໃນ 4 ຄັ້ງ ໂຄງສ້າງແຕ່ລະມິຕິ ຈະປະກອບດ້ວຍ 3 ພາກ ຄື: ສະພາບລວມ ສິ່ງທ້າທາຍ ຂໍ້ສະເໜີແນະທາງນະໂຍບາຍ ແລະ ຜ່ານຂະບວນການທົບທວນຈາກຄະນະຮັບຜິດຊອບທົບທວນພາຍໃນກະຊວງ ສສກ ແລະ ຄະນະຊ່ຽວຊານສາກົນ ຈາກອົງການອຸຍເນັສໂກ ບາງກອກ ແລະ ຫ້ອງການປະຕິບັດງານສາກົນກ່ຽວກັບຄູ ສຳນັກງານໃຫຍ່ອຸຍເນັສໂກ.

    ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ການພັດທະນາ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບນະໂຍບາຍຄູໃນ ສປປ ລາວ ແມ່ນວຽກງານບູລິມະສິດໜຶ່ງຂອງແຜນພັດທະນາ 5 ປີ (2021-2025) ຂອງຂະແໜງການສຶກສາທິການ ແລະ ກີລາ ເພື່ອຕອບສະໜອງກັບຄວາມມຸ່ງໝັ້ນກັບລັດຖະບານ ໃນການຮັບປະກັນໃຫ້ຄູອາຈານ ແລະ ນັກສຶກສາໄດ້ຮັບການສົ່ງເສີມດ້ານວິຊາຊີບ ໄດ້ຮັບການບັນຈຸເຂົ້າເຮັດວຽກ ໄດ້ຮັບການເຝິກອົບຮົມຢ່າງຕໍ່ເນື່ອງ ມີຄຸນວຸດທິທາງດ້ານວິຊາຊີບ ແຮງຈູງໃຈ ແລະ ໄດ້ຮັບການສະໜັບສະໜູນທາງດ້ານຊັບພະຍາກອນທີ່ເໝາະສົມ ມີລະບົບຄຸ້ມຄອງທີ່ມີປະສິດທິພາບ ໃນໄລຍະຜ່ານມາ ກະຊວງ ສສກ ກໍໄດ້ມີມາດຕະການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບນະໂຍບາຍຄູ ແຕ່ປັດຈຸບັນ ບັນດາມາດຕະການ ແລະ ນິຕິກຳດັ່ງກ່າວຈຳນວນໜຶ່ງຍັງບໍ່ມີຄວາມສອດຄ່ອງກົມກຽວ ຍັງມີບາງອັນທີ່ຊັບຊ້ອນກັນ ແລະ ຍັງມີຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບທົ່ວປະເທດ ດັ່ງນັ້ນ ຈຶ່ງຈຳເປັນຕ້ອງມີການປັບປຸງ ແລະ ພັດທະນາເອກະສານເຫຼົ່ານັ້ນໃຫ້ເປັນເອກະພາບລວມເຂົ້າໃນສະບັບດຽວ.

# ຂ່າວ – ພາບ : ບຸນມີ

error: Content is protected !!