ປະກາດແຕ່ງຕັ້ງຮອງລັດຖະມົນຕີ ຖວທ

    ວັນທີ 21 ທັນວາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ມີພິທີປະກາດການແຕ່ງຕັ້ງທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະ ທໍາ ແລະ ທ່ອງທ່ຽວ (ຖວທ) ຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ 643 ລົງວັນທີ 1 ທັນວາ 2021 ໂດຍການເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ຖວທ ມີຄະນະພັກ ຫົວໜ້າກົມ ຫົວໜ້າສະຖາບັນ ຫົວໜ້າກອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງ ຖວທ ຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ ແລະ ພະນັກງານທົ່ວຂົງເຂດ ຖວທ ພ້ອມທັງຊີ້ນໍາໃຫ້ຄະນະພັກທຸກຂັ້ນ ຕະຫຼອດຮອດສະມາຊິກພັກ ພະນັກງານ-ລັດຖະກອນທັງໝົດ ເພີ່ມທະວີີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອແນໃສ່ຮັບປະກັບການເຄື່ອນໄຫວໃຫ້ມີປະສິດທິພາບ ວ່ອງໄວ ທັນເວລາ ລວມທັງຄົ້ນຄວ້າສັບຊ້ອນບຸຄະລາກອນຂັ້ນຕ່າງໆໃນບາງຂົງເຂດໃຫ້ສອດຄ່ອງກັບວຽກງານຕົວຈິງ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ມີຜົນສໍາເລັດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.

.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!