ວັກຊິນ 100.000 ໂດສ ຈາກລັດຖະບານອົດສະຕຣາລີ ມາຮອດ ສປປ ລາວແລ້ວ

    ວັກຊິນແອສຕຣາເຊນີກາ 100.000 ໂດສ ຈາກການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ໄດ້ຈັດສົ່ງມາຮອດ ສປປ ລາວ ແລ້ວ ເມື່ອວັນທີ 19 ທັນວາ 2021 ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ໂດຍການຕ້ອນຮັບຂອງທ່ານ ທ່ານ ແດນ ເຮວເດິນ (Dan Heldon) ຜູ້ຮັກສາການທູດແຫ່ງອົດສະຕຣາລີ ປະຈຳ ລາວ  ແລະ ທ່ານນາງ ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ການຈັດສົ່ງວັກຊິນຄັ້ງນີ້ ເປັນການປະຕິບັດຕາມການປະກາດຂອງທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອົດສະຕຣາລີ ປະຈໍາລາວ ເມື່ອເດືອນພຶດສະພາທີ່ຜ່ານມາ ວ່າ ລັດຖະບານອົດສະຕຣາລີຈະໃຫ້ການຊ່ວຍເຫຼືອວັກຊິນຈຳນວນ 1.000.000 ໂດສ ໃຫ້ແກ່ ສປປ ລາວ ແລະ ອີກ 900.000 ໂດສ ແມ່ນຈະໄດ້ມີການຈັດສົ່ງໃຫ້ມາຮອດ ສປປ ລາວ ໃນໄວໆນີ້ ພ້ອມນັ້ນ ລັດຖະບານອົດສະຕຣາລີຍັງໄດ້ໃຫ້ການຊ່ວຍເຫຼືອອຸປະກອນ ແລະ ເຄື່ອງມືກວດຫາເຊື້ອພະຍາດໂຄວິດ-19 ມູນຄ່າ 15,4 ຕື້ກີບ (2.250.000 ໂດລາອົດສະຕຣາລີ) ໃຫ້ແກ່ລາວ ໂດຍຜ່ານອົງການອະນາໄມໂລກ (WHO) ເຊິ່ງແມ່ນການຊ່ວຍເຫຼືອເພີ່ມຕື່ມຂອງປະເທດອົດສະຕຣາລີ ຈຳນວນ 111,6 ຕື້ກີບ (16,2 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ລັດຖະບານລາວ ດ້ານວັກຊິນກັນພະຍາດໂຄວິດ-19 ໂດຍໄດ້ຈັດພິທີມອບ-ຮັບທີ່ກະຊວງສາທາລະນະສຸກ ເມື່ອວັນທີ 26 ສິງຫາ 2021 ຜ່ານມາ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!