ພິທີນໍາສະເໜີລົດ NEW MAZDA2 ປີ 2022 ຈັດຂຶ້ນວັນທີ 20 ທັນວາ 2021 ຢູ່ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ ບ້ານໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ທິບພະເນດ ແກ້ວມະນີວົງ ຜູ້ອໍານວຍການບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ ທ່ານ ກົງສະດາ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ ທ່ານ ດາວວຽງ ແກ້ວມະນີວົງ ປະທານບໍລິສັດ ວຽງຈັນມໍເຕີ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ທິບພະເນດ ແກ້ວມະນີວົງ ກ່າວວ່າ: ປີ 2013 ແມ່ນປີທໍາອິດ ທີ່ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ ໃດ້ນໍາລົດ Mazda2 ເຂົ້າມາແລ່ນໃນຖະໜົນ ສປປ ລາວ ແລະ ໃດ້ຮັບຄວາມສົນໃຈຈາກຜູ້ຄົນເປັນຢ່າງສູງ ເພາະເປັນລົດທີ່ໃດ້ຮັບລາງວັນລະດັບໂລກ ດ້ວຍຄວາມທີ່ເປັນເຕັກໂນໂລຊີທີ່ປະຢັດນ້ຳມັນ ແລະ ເປັນມິດກັບສິ່ງແວດລ້ອມຢ່າງຍືນຍົງ ຈຶ່ງໄດ້ຮັບຮາງວັນຫຼວງຫຼາຍຈາກສະຖາບັນຍານຍົນ ແລະ ສະຖາບັນອະນຸຮັກສິ່ງແວດລ້ອມທົ່ວໂລກ “Best New Technology of the Year for 2012” ໂດຍ Le Guide de l’Auto, Canada “The First Green Car Technology Award Winner” ໂດຍ Green Car Journal, U.S.A. ປີ 2013 ຈາກນັ້ນ ປີ 2014 Mazda2 ໃດ້ປ່ຽນຮູບຊົງໂສມໃໝ່ແບບທີ່ບໍ່ເຄີຍເຫັນມາກ່ອນ ດ້ວຍແນວຄິດ KODO DESIGN ສ້າງຍອດຂາຍຢ່າງຖະຫຼົ່ມມທະລາຍໃນທົ່ວໂລກ ແລະ ໄດ້ຮັບລາງວັນ Japan Car of The Year 2014-2015 Golden Steering Wheel 2014 Good Design Gold Award 2014 In Japan 2015 World Car of the Year, FINALISTS (10BEST) 2017 DRIVE CAR OF THE YEAR -2017 BEST CITY CAr in Australia ປີ 2020 ຜະລິດລົດ MAZDA2 ຮຸ່ນ100th Anniversary Special Edition ເພື່ອສະເຫຼີມສະຫຼອງຄົບຮອບ 100 ປີ ຂອງ Mazda ມາຮອດມື້ນີ້ New Mazda2 ປີ 2022 ກໍຈະເຜີຍໂສມໃຫ້ທຸກທ່ານໄດ້ສໍາຜັດ.
New Mazda2 ປີ 2022 ນຳທ່ານໄປສູ່ອີກຂັ້ນຂອງຄວາມຮູ້ສຶກເປີດທຸກປະສາດສຳຜັດໄປກັບຍົນຕະກຳທີ່ສະທ້ອນຕົວຕົນທີ່ເປັນເອກະລັກ ຕອບສະໜອງ Life Style ທີ່ໂດດເດັ່ນບໍ່ຊ້ຳໃຜ ເພື່ອມອບປະສົບການທີ່ຫຼາຍກວ່າຄຳວ່າທຳມະດາ ການອອກແບບ ແລະ ພັດທະນາຈາກແນວຄິດ Kodo: Soul of Motion ດ້ວຍເສັ້ນສາຍທີ່ຮຽບງ່າຍ ແຕ່ແຝງດ້ວຍຄວາມທັນສະໄໝ ຊົງພະລັງ ຄືກັບວ່າມີຊີວິດ ໂດດເດັ່ນວ່ອງໄວ ໃນ Style ພຣີມຽມ ພາຍໃຕ້ແນວຄິດ “Less is More” INTERIOR DESIGN DESIGNED FOR YOU ທຸກອົງປະກອບຂອງ New Mazda2 ປີ 2022 ໄດ້ຮັບການອອກແບບ ແລະ ຈັດວາງຢ່າງເໝາະສົມກັບການໃຊ້ງານ ແລະ ປະໂຫຍດໃຊ້ສອຍຂອງມະນຸດເປັນຫຼັກ ພ້ອມອັດແໜ້ນດ້ວຍເຕັກໂນໂລຊີທີ່ທັນສະໄໝ ລະບົບຄວາມປອດໄພຄົບຊຸດ ທີ່ສໍາຄັນ ແມ່ນປະຢັດນໍ້າມັນ ແລະ ຄາລາບໍ່ແພງ ເຊິ່ງມີໃຫ້ເລືອກ 2 ແບບ ຄື: Sedan (4 ປະຕູ) ແລະ Hatchback (5 ປະຕູ) ເຊິ່ງບັນດາທ່ານທີ່ສົນໃຈ ສາມາດໄປສໍາຜັດຕົວຈິງໄດ້ທີ່ບໍລິສັດ ແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ ໂດຍຈອງມື້ນີ້ເປັນຕົ້ນໄປ ຈະໄດ້ຮັບສ່ວນຫຼຸດ ແລະ ຂອງແຖມສຸດພິເສດຕາກທາງບໍລິສັດຕື່ມອີກ.

# ຂ່າວ – ພາບ : ສະບາໄພ