ລັດຖະບານມາເລເຊຍ ມອບວັກຊິນ Astra Zeneca ໃຫ້ ສປປ ລາວ

    ວັນທີ 17 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ແອສຕຣາ ເຊເນກາ (Astra Zeneca) ຈໍານວນ 283.400 ໂດສ ພ້ອມດ້ວຍເຂັມສັກ ໂດຍການຊ່ວຍເຫຼືອຂອງລັດຖະບານມາເລເຊຍ ກ່າວມອບໂດຍທ່ານນາງ ຣາຟີກາ ຮາຊູລະ ອຸປະທູດມາເລເຊຍ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການຊ່ວຍເຫຼືອວັກຊິນດັ່ງກ່າວ ເປັນການປະກອບສ່ວນສໍາຄັນເຂົ້າໃນຽກງານການກັນ ແລະ ຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍສະເພາະ ການເພີ່ມອັດຕາການສັກວັກຊິນປ້ອງກັນພະຍາດດັ່ງກ່າວໃຫ້ພົນລະເມືອງລາວ ໃຫ້ບັນລຸຕາມແຜນການ ຄືໃຫ້ກວມ 50% ໃນປີ 2021 ແລະ ໃຫ້ກວມຫຼາຍກວ່າ 87% ໃນປີ 2022.

    ໃນໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນສະພາບທີ່ມີຄວາມຫຍຸ້ງຍາກນີ້ ການຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຫວັງວ່າປະຊາຊົນສອງປະເທດ ລາວ ແລະ ມາເລເຊຍ ຕະຫຼອດຮອດປະຊາຊົນໃນປະເທດອາຊຽນ ແລະ ປະຊາຄົມໂລກ ຈະສາມາດຜ່ານຜ່າວິກິດການລະບາດຂອງພະຍາດໂຄວິດ-19 ໃນອະນາຄົດອັນໃກ້.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!