ອົງການກາແດງລາວ ຮ່ວມກັບອົງການກາແດງສະວິດ ສະໜັບສະໜູນດ້ານວິຊາການໃຫ້ແກ່ 3 ແຂວງເປົ້າໝາຍ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຈັດຕັ້ງປະຕິບັດ “ໂຄງການພັດທະນາອົງການກາແດງລາວ” (NSD) ລະຫ່ວາງອົງການກາແດງລາວ ແລະ ອົງການກາແດງສະວິດ ປະຈໍາ ສປປ ລາວ ຈັດຂຶ້ນວັນທີ 21 ທັນວາ 2021 ຢູ່ສູນເລືອດ ອົງການກາແດງລາວ ຮ່ວມລົງນາມໂດຍທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ແລະ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດ ປະຈໍາ ສປປ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມກັນນັ້ນ ກໍມີຫ້ອງການອົງການກາແດງລາວ ບັນດາກອງ ສູນ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຜູ້ເຂົ້າຮ່ວມຜ່ານລະບົບທາງໄກ ຂອງທ່ານຮອງເຈົ້າແຂວງຫຼວງພະບາງ ແຂວງຄໍາມ່ວນ ແລະ ແຂວງຈໍາປາສັກ ແລະ ຂະແໜງການກ່ຽວຂ້ອງ.

    ໂຄງການພັດທະນາອົງການກາແດງລາວ ແມ່ນການຮ່ວມມື ແລະ ສະໜັບສະໜູນນດ້ານວິຊາການ ແລະ ງົບປະມານເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງອົງການກາແດງລາວ ໂດຍໃຫ້ການສະໜັບສະໜູນຂະບວນການ ແລະ ລະບົບການຄຸ້ມຄອງການເງິນທີ່ມີປະສິດທິພາບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກາແດງລາວ ແລະ ອົງການກາແດງແຂວງ 3 ແຂວງເປົ້າໝາຍຄື  ແຂວງຫຼວງພະບາງ ຄໍາມ່ວນ ແລະ ແຂວງຈໍາປາສັກ ທັງນີ້ກໍເພື່ອເຮັດໃຫ້ສາມາດຮັກສາຊີວິດ ແລະ ຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດຢ່າງມີປະສິດທິຜົນ ໂດຍຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ໂຄງການຈະສິ້ນສຸດໃນວັນທີ 30 ເມສາ 2023 ໂດຍແມ່ນທຶນສະໜັບສະໜູນຂອງອົງການກາແດງສະວິດ ມູນຄ່າທັງໝົດ 241,511 ຝັງສະວິດ (ປະມານ 2.5 ຕື້ກີບ).

    ໂຄງການດັ່ງກ່າວ ມີຈຸດປະສົງແນໃສ່ປັບປຸ່ງແຜນຍຸດທະສາດ ແລະ ນະໂຍບາຍຂອງອົງການກາແດງລາວທີ່ເອື້ອອໍານວຍໃຫ້ແກ່ການຕອບໂຕ້ໄພພິບັດສຸກເສີນຢ່າງມີປະສິດທິພາບ ແລະ ທັນການ ສ້າງກົນໄກຕອບໂຕ້ໄພພິບັດສຸກເສີນຂອງອົງການກາແດງລາວ ໂດຍສະໜອງອຸປະກອນເຄື່ອງມືທີ່ເໝາະສົມ ແລະ ເຝິກອົບຮົມໃຫ້ແກ່ໜ່ວຍງານຕອບໂຕ້ໄພພິບັດຂອງອົງການກາແດງລາວໃຫ້ມີຄວາມພ້ອມຈັດຕັ້ງປະຕິບັດຕອບໂຕ້ໄພພິບັດຢ່າງມີປະສິດທິພາບ ແລະ ທັນເວລາຢູ່ 3 ແຂວງເປົ້າໝາຍ ສ້າງຄວາມເຂັ້ມແຂງໃຫ້ອົງການກາແດງລາວໃນການບໍລິການສັງຄົມ ແລະ ການເຄື່ອນໄຫວຂອງອາສາສະໝັກກາແດງ ໂດຍຮ່ວມມືກັບສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!