ຕະລຸມບອນສັກວັກຊິນໃຫ້ກຸ່ມເປົ້າໝາຍ ເພື່ອຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ

   ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 17 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດວ່າ: ເພື່ອກຽມພ້ອມ ແລະ ປະສານສົມທົບກັບແຜນການເປີດຮັບເອົານັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາ ສປປ ລາວ ເປັນໄລຍະ ຕາມການຕົກລົງຂອງລັດຖະບານ ຂະແໜງສາທາລະນະສຸກໄດ້ມີມາດຕະການທາງການແພດຮອງຮັບຢ່າງເຂັ້ມງວດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍສຸມໃສ່ຕະລຸມບອນສັກຢາວັກຊິນກຸ່ມເປົ້າໝາຍໃຫ້ໄດ້ 70% ລື່ນຄາດໝາຍ 50% ທີ່ວາງໄວ້ໃນທ້າຍປີ 2021 ມາຮອດວັນທີ 16 ທັນວາ ສາມາດສັກເຂັມ 1 ໄດ້ແລ້ວ 59,37% ແລະ ເຂັມສອງໄດ້ 45,42% ຂອງພົນລະເມືອງລາວ ປັດຈຸບັນກໍາລັງຕະລຸມບອນສັກໃຫ້ກຸ່ມອາຍຸ 12-17 ປີ ແລະ ເຂັມກະຕຸ້ນ ໃນປີ 2022 ຈະໃຫ້ສັກຄົບ 87,2% ຂອງພົນລະເມືອງລາວ ແລະ ສັກເຂັມກະຕຸ້ນໃຫ້ໄດ້ໝົດທຸກຄົນໃນກຸ່ມເປົ້າໝາຍ.

    ສໍາລັບແຂວງເປົ້າໝາຍເຂດທ່ອງທ່ຽວສີຂຽວ ມີເງື່ອນໄຂຂອງແຕ່ລະເປົ້າໝາຍຄື: ຜູ້ປະກອບການທີ່ຈະເຂົ້າຮ່ວມ ພະນັກງານໂຮງແຮມ ຮ້ານອາຫານ ສະຖານທີ່ທ່ອງທ່ຽວ ຄົນຂັບລົດນຳທ່ຽວ ແລະ ພະນັກງານນຳທ່ຽວຕ້ອງໄດ້ສັກຢາວັກຊີນໃຫ້ໄດ້ 95% ຂຶ້ນໄປ ປະຊາຊົນຢູ່ໃນແຂວງທີ່ຈະຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ສັກວັກຊິນຄົບໂດສ 70% ຂຶ້ນໄປ ໄລຍະ 2 ແລະ ໄລຍະ 3 ກໍຈະເພີ່ມຂຶ້ນຕາມລໍາດັບ.

    ເງື່ອນໄຂຂອງນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາ ສປປ ລາວ: ຕ້ອງຜ່ານບໍລິສັດທ່ອງທ່ຽວ ກ່ອນເຂົ້າມາຕ້ອງສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຄົບໂດສຫຼາຍກ່ວາ 14 ວັນຂຶ້ນໄປ ຕ້ອງມີຜົນກວດຫາເຊື້ອພະຍາດໂຄວິດ-19 ເປັນລົບ ດ້ວຍ RT-PCR ບໍ່ເກີນ 72 ຊົ່ວໂມງ ແລະ ພາຍຫຼັງເຂົ້າມາຮອດ ສປປ ລາວ ຕ້ອງໄດ້ກວດຫາເຊື້ອດ້ວຍ RT-PCR ອີກ ແລະ ຈຳກັດບໍລິເວນຢູ່ໂຮງແຮມເພື່ອລໍຖ້າຜົນກວດພາຍໃນ 24 ຊົ່ວໂມງ ຖ້າເປັນຜົນລົບ ກໍສາມາດໄປທ່ອງທ່ຽວຕາມເປົ້າໝາຍທີ່ໄດ້ຈັດໄວ້ ຖ້າເປັນຜົນບວກຕ້ອງໄດ້ກັກໂຕໃນໂຮງແຮມທີ່ຈັດໄວ້ໃຫ້ ໃນໄລຍະເດີນທາງໄປບ່ອນຕ່າງໆ ບໍ່ຈໍາເປັນຕ້ອງກວດອີກ ຖ້າມີອາການຈະໄດ້ເກັບຕົວຢ່າງກວດຫາເຊື້ອຕື່ມ ດາວໂຫຼດແອັບ LaoKYC (ລາວສູ້ໆ) ເຂົ້າຫາ Stay Safe ເພື່ອກວດກາ ແລະ ຕິດຕາມຂໍ້ມູນການເຄື່ອນໄຫວໄດ້ໄວ ໃນເວລາມີການຕິດເຊື້ອ ສະຖານທີ່ຈໍາກັດບໍລິເວນ ແລະ ປິ່ນປົວສໍາລັບນັກທ່ອງທ່ຽວ ແມ່ນເອົາໂຮງແຮມເປັນສູນຈໍາກັດບໍລິເວນ ແລະ ເປັນໂຮງໝໍພາກສະໜາມ ຖ້າມີອາການປານກາງຫາໜັກ ຈະນໍາສົ່ງໂຮງໝໍ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!