ໄປສະນີລາວ ແລະ ໄທ ສືບຕໍ່ຮ່ວມມືວຽກງານຫຼາຍດ້ານ

    ກອງປະຊຸມຮ່ວມມືດ້ານໄປສະນີ ຄັ້ງທີ 28 ລະຫວ່າງບໍລິສັດ ລັດວິສາຫະກິດ ໄປສະນີລາວ (ປນລ) ແລະ ບໍລິສັດ ໄປສະນີໄທ ຈຳກັດ (ປນທ) ຈັດຂຶ້ນວັນທີ 17 ທັນວາ 2021 ຜ່ານມາ (ຜ່ານລະບົບ Online) ໂດຍເປັນປະທານຂອງທ່ານ ນາງ ສຸຊາດາ ພຸດທະຣັກສາ ປະທານເຈົ້າໜ້າທີ່ບໍລິຫານສາຍງານທຸລະກິດ ອົງກອນ ປນທ (ເຈົ້າພາບຈັດກອງປະຊຸມ) ມີທ່ານ ວຽງທອງ ຫຼວງໄຊ ຮອງຜູ້ອຳນວຍການໃຫຍ່ ປນລ ພ້ອມຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍໄດ້ຕີລາຄາການດໍາເນີນງານ ຄວາມຮ່ວມມືດ້ານໄປສະນີ ຄັ້ງທີ 27 ທີ່ຜ່ານມາ ໂດຍເຫັນວ່າ ການໃຫ້ຄວາມຮ່ວມມື ແລະ ການປະສານງານທາງດ້ານໄປສະນີ ລະຫວ່າງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນດີ ແລະ ເພື່ອໃຫ້ການດຳເນີນງານຄວາມຮ່ວມມືລະຫວ່າງກັນໃນປີ 2022 ເປັນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນເພີ່ມຂື້ນ ທັງສອງຝ່າຍເຫັນດີສືບຕໍ່ແຜນງານຄື: ການຮ່ວມມືດ້ານບໍລິການໄປສະນີ ທັງສອງຝ່າຍໄດ້ຕົກລົງໃຫ້ມີການຮ່ວມມື ແລະ ອຳນວຍຄວາມສະດວກເຊິ່ງກັນ ແລະ ກັນ ໃນການແລກປ່ຽນຖົງເມທາງອາກາດ ແລະ ທາງພາກພື້ນ ຂົນສົ່ງເມທາງອາກາດໃນລາຄາປະຢັດ (S.A.L ຫຼື Economy Air) ແລະ ຖົງເມດ່ວນພິເສດ (EMS) ລະຫວ່າງປະເທດລາວ-ໄທ ລວມທັງຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃນການຈັດສົ່ງໄປສະນີພັນ ແລະ ພັດສະດຸທຸກຫໍ່ທີ່ສົ່ງກັບຄືນຕົ້ນທາງໃຫ້ທັນເວລາ.

    ໄປສະນີໄທ ຍີນດີໃຫ້ຄວາມສະດວກໃນການສົ່ງຕໍ່ຖົງເມແບບປິດຜ່ານ ແລະ ແບບເປີດຜ່ານ ທັງຂາເຂົ້າ ແລະ ຂາອອກທາງອາກາດ ທາງພາກພື້ນ ທາງອາກາດໃນລາຄາປະຢັດ ແລະ ຖົງເມດ່ວນພິເສດ ໂດຍໃຫ້ພິຈາລະນາຄວາມເປັນໄປໄດ້ຂອງສະຖານະການການແຜ່ລະບາດຂອງໂຄວິດ-19 ແລະ ໄປສະນີລາວ ມີຄວາມຍີນດີອຳນວຍຄວາມສະດວກໃນການຮັບ-ສົ່ງຖົງເມ ທີ່ຜ່ານຂົວມິດຕະພາບລາວ-ໄທ ທັງຂາເຂົ້າ ແລະ ຂາອອກ ພ້ອມທັງອໍານວຍຄວາມສະດວກໃນການແຈກຢາຍປາຍທາງແທນໄປສະນີໄທ ກໍລະນີທີ່ມີລູກຄ້າທີ່ອາໄສຢູ່ປະເທດລາວ ໃສ່ທີ່ຢູ່ຢູ່ໃນປະເທດໄທ ໂດຍໃຫ້ໄປສະນີໄທສົ່ງເຄື່ອງດັ່ງກ່າວມາໃຫ້ໄປສະນີລາວ ເພື່ອແຈກຢາຍໃຫ້ຜູ້ຮັບຕາມທີ່ຕ້ອງການ.

    ສຳລັບຂໍ້ສະເໜີຄວາມຮວ່ມມືໃນປີ 2022 ທັງສອງເຫັນດີຮ່ວມກັນໃນການຕັ້ງຄະນະເຮັດວຽກຮ່ວມກັນຄື:ຄະນະເຮັດວຽກພັດທະນາບໍລິການໄປສະນີ ເພື່ອຮອງຮັບທຸລະກິດ E-commerce ໂດຍການສຶກສາຄວາມເປັນໄປໄດ້ໃນການເປີດບໍລິການ epacket ໃນຂອບເຂດຂອງ APP epacket ຫຼື ຂອບເຂດອາຊຽນ (ASEAN PACK) ລະຫວ່າງປະເທດ ໂດຍຊໍາລະຄ່າຕອບແທນ (remuneration) ໃນອັດຕາທີ່ແຂ່ງຂັນໄດ້ ເພື່ອເພີ່ມປະລິມານວຽກລະຫວ່າງປະເທດລະຫວ່າງກັນ ທັງນີ້ ສໍາລັບບໍລິການ APP epacket ຈະເລີ່ມທົດລອງບໍລິການຂາເຂົ້າ-ຂາອອກ ລະຫວ່າງກັນ ໃນໄລຍະຕົ້ນປີ 2022 ແລະ ປະເມີນການທົດລອງຕໍ່ໄປ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!