ຊາວໜຸ່ມສີໂຄດ ປະກອບສ່ວນຢ່າງຕັ້ງໜ້າ ໃນການຄວບຄຸມພະຍາດໂຄວິດ

ນັບ​ແຕ່​ປະ­ເທດ​ເຮົາ​ໄດ້​ມີ​ລາຍ​ງານ​ຜູ້​ຕິດ­ເຊື້ອ​ໂຄ​ວິດ-19 ທຸກ​ໝ່ວຍ​ງານ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຢ່າງ​ເປັນ​ຂະ​ບວນ​ການ ໃນ​ນັ້ນ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ເອົາ­ໃຈ­ໃສ່​ປະ­ກອບ­ສ່ວນ ໂດຍ​ໄດ້​ສົມ­ທົບ​ກັບ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ເມືອງ ພ້ອມ​ກັນ​ເປັນ​ເຈົ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ຂອງ​ນາ­ຍົກ​ລັດ​ຖະ ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ແລະ ແຈ້ງ​ການ​ຕ່າງໆ​ຂອງ​ຂັ້ນ​ເທິງ​ວາງ​ອອກ.

ທ່ານ ນາງ ສີ​ສຸ­ດາ ເພັງ​ພົງ​ສະ​ຫວັດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ເມືອງ​ສີ​ໂຄດ​ຕະ­ບອງ ໃຫ້​ສຳ­ພາດ​ວັນ​ທີ 7 ພຶດ­ສະ­ພາ 2020 ວ່າ: ພາຍ­ຫຼັງ​ທີ່​ມີ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ພະ­ຍາດ COVID-19ຄະ­ນະ​ປະ­ຈຳ​ພັກ​ເມືອງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ​ຂັ້ນ​ເມືອງ​ສີ​ໂຄດ​ຕະ­ບອງ​ຂຶ້ນ ເຊິ່ງ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ເມືອງ​ໄດ້​ປະ­ກອບ​ໃນ​ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ​ຂັ້ນ​ເມືອງ​ເຊັ່ນ​ດຽວ​ກັນ ໂດຍ​ໄດ້​ຕັ້ງ​ຈຸດ​ກວດ­ກາ​ຄົນ​ເຂົ້າ-ອອກ​ເມືອງ 7 ຈຸດ​ໃຫຍ່​ໃນ​ທົ່ວ​ເມືອງ ໃນ​ນີ້​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ເມືອງ​ພ້ອມ​ດ້ວຍ​ຄະ­ນະ​ຊາວ​ໜຸ່ມ​ຮາກ​ຖານ​ບ້ານ​ໄດ້​ເຂົ້າ​ຮ່ວມ​ຕາມ​ຈຸດ​ດັ່ງ­ກ່າວ​ເປັນ​ຈຳ­ນວນ 834 ຄົນ ຍິງ 108 ຄົນ ລວມ​ທັງ​ໝົດ 2.845 ເທື່ອ​ຄົນ ຍິງ 777 ເທື່ອ​ຄົນ.

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕົວ​ຈິງ​ແມ່ນ​ໄດ້​ເຄື່ອນ​ໄຫວ​ຕາມ​ຈຸດ​ຕ່າງໆ ໃນ​ນີ້​ກວດ­ກາ​ລົດ​ເຂົ້າ-ອອກ​ເມືອງ ພ້ອມ​ທັງ​ວັດ­ແທກ​ອຸນ­ຫະ­ພູມ​ຂອງ​ຜູ້­ໂດຍ­ສານ ແລະ ໃຫ້​ຄຳ​ແນະ­ນຳ​ກ່ຽວ​ກັບ​ຜົນ​ຮ້າຍ ວິ­ທີ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ກໍ­ລະ­ນີ​ຜ່ານ​ການ​ກວດ​ເຫັນ​ວ່າ​ຜູ້​ບໍ່​ມີ​ຈຸດ­ປະ­ສົງ​ຈຳ­ເປັນ​ແທ້ໆ​ໃຫ້​ກັບ​ເຮືອນ​ກັບ​ບ້ານ ໃນ​ກໍ­ລະ­ນີ​ທີ່​ມີ​ຄວາມ​ຈຳ­ເປັນ​ຈຶ່ງ​ໃຫ້​ຜ່ານ​ເຊັ່ນ: ໄປ​ໂຮງ­ໝໍ ເຈັບ­ເປັນ ໄປ​ຕະ­ຫຼາດ​ຊື້​ອາ­ຫານ​ການ​ກິນ ແລະ ໄປ​ປະ­ຈຳ­ການ ແຕ່​ຕ້ອງ​ມີ​ໜັງ­ສື​ຂໍ້​ຕົກ­ລົງ​ຈາກ​ກົມ​ກອງ ຫຼື ອຳ­ນາດ​ການ​ປົກ­ຄອງ​ບ້ານ​ຈຶ່ງ​ຈະ​ໃຫ້​ໄປ ສ່ວນ​ຜູ້​ທີ່​ລົງ​ມາ​ກວດ ຖ້າ­ວ່າ​ບໍ່​ມີ​ຜ້າ​ອັດ​ປາກ-ອັດ​ດັງ ຄະ­ນະ​ສະ­ເພາະ​ກິດ​ໄດ້​ແຈກ​ຢາຍ​ໃຫ້ ນອກ​ນັ້ນ­ແລ້ວ ສູນ​ກາງ​ຊາວ​ໜຸ່ມ​ໄດ້​ສົມ­ທົບ​ກັບ​ຊາວ​ໜຸ່ມ​ນະ­ຄອນ­ຫຼວງ​ວຽງ​ຈັນ​ລົງ​ມາ​ຊຸກ­ຍູ້​ເປັນ­ຕົ້ນ ເຈວ​ລ້າງ​ມື ຜ້າ​ອັດ​ປາກ-ອັດ​ດັງ ນ້ຳ​ຢາ​ຂ້າ​ເຊື້ອ​ຕ່າງໆ​ມອບ​ໃຫ້​ສູນ​ກັກ​ກັນ​ແຮງ​ງານ​ລາວ​ຂອງ​ເມືອງ (ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍ​ມິດ­ຕະ­ພາບ​ວຽງ​ຈັນ-ໂຮ່​ຈີ​ມິງ) ນອກ​ນີ້​ຍັງ​ມອບ​ໃຫ້ 4 ບ້ານ​ເປົ້າ​ໝາຍ​ທີ່​ຕິດ­ເຊື້ອ​ໂຄ​ວິດ-19 ຄື: ບ້ານ​ໜອງ​ດ້ວງ​ທົ່ງ ໜອງ​ສະ­ໂນ​ຄຳ ຈຳ­ປາ ແລະ ບ້ານ​ຫ້ວຍ​ຫ້ອມ ມູນ​ຄ່າ 15 ລ້ານ​ກີບ ໃນ​ການ​ປະ­ກອບ­ສ່ວນ​ຄັ້ງ​ນີ້​ເຫັນ​ວ່າ​ຊາວ​ໜຸ່ມ​ມີ​ຄວາມ​ເອົາ­ໃຈ­ໃສ່​ຫ້າວ­ຫັນ​ຕັ້ງ­ໜ້າ​ປະ­ກອບ­ສ່ວນ​ຢ່າງ​ເຕັມ­ທີ່.

ປັດ­ຈຸ­ບັນ​ພັກ ແລະ ລັດ­ຖະ­ບານ​ໄດ້​ມີ​ມາດ​ຕະ­ການ​ສືບ­ຕໍ່​ຄວບ​ຄຸມ​ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ພ້ອມ​ທັງ​ມີ​ນະ­ໂຍ­ບາຍ​ຜ່ອນ­ຜັນ​ໃຫ້​ບາງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ເປີດ​ໃຫ້​ບໍ­ລິ­ການ ແລະ ປະ­ຊາ­ຊົນ​ສາ­ມາດ​ອອກ­ເຮືອນ​ໄດ້ ແຕ່​ຕ້ອງ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ ສະ­ນັ້ນ​ການ​ຕັ້ງ​ດ່ານ​ຈຶ່ງ​ໄດ້​ຢຸດ ແຕ່​ກໍ​ຂໍ​ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ​ທຸກ​ທົ່ວ​ໜ້າ​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ ເພື່ອ​ພ້ອມ​ກັນ​ປາ­ສະ­ຈາກ​ເຊື້ອ​ພະ­ຍາດ​ໂຄ​ວິດ-19.

# ຂ່າວ & ພາບ : ຂັນ​ທະ­ວີ

error: Content is protected !!