ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ພືດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 7 ພຶດສະພາ 2020 ວຽກງານຈຸດຜ່ານດ່ານ ຈຳນວນຜູ້ເດີນທາງເຂົ້າມາມີທັງໝົດ 2.001 ຄົນ ໃນນັ້ນຜ່ານດ່ານລາວ-ໄທ 1.233 ຄົນ (ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 95 ຄົນ) ຜ່ານດ່ານລາວ-ຈີນ 17 ຄົນ ແລະ ຜ່ານດ່ານລາວ-ຫວຽດ 751 ຄົນ ໃນນີ້ສ່ວນຫຼາຍແມ່ນເປັນພະນັກງານຂັບລົດຂົນສົ່ງສິນຄ້າ ແລະ ໃນທຸກດ່ານແມ່ນໄດ້ປະຕິບັດການກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບການເຝົ້າລະວັງ ແລະ ວິເຄາະໃນວັນທີ 7 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 129 ຄົນ ໃນນັ້ນ ມີກໍລະນີສົງໄສ 12 ຄົນ ຜູ້ຕິດເຊື້ອທີ່ອອກໂຮງໝໍແຂວງຫຼວງພະບາງ 2 ຄົນ ແລ້ວກັບມາກວດຄືນ ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 10 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ ສ່ວນກໍລະນີສົງໄສ 12 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 1 ຄົນ ຫຼວງພະບາງ 9 ຄົນ ແລະ ສະຫວັນນະເຂດ 2 ຄົນ ຜູ້ຕິດເຊື້ອທີ່ອອກໂຮງໝໍແລ້ວກັບມາກວດຄືນ 2 ຄົນ ແມ່ນຜູ້ທີ່ປິ່ນປົວຫາຍດີຢູ່ໂຮງໝໍແຂວງຫຼວງພະບາງ ເຊິ່ງແມ່ນກໍລະນີທີ 5 ແລະ 8 ພາຍຫຼັງຕິດຕາມຄົບກຳນົດ 14 ວັນແລ້ວມາກວດຄືນ ເຊິ່ງຜົນການກວດທັງໝົດ 129 ຄົນ ຂອງມື້ວານນີ້ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 7 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 07 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 2.733 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (26 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ ທັງໝົດເຫັນວ່າມີອາການເບົາບາງ ໄດ້ເກັບຕົວຢ່າງມາກວດຄືນເຫັນວ່າ 6 ຄົນບໍ່ພົບເຊື້ອ ແລະ ມື້ນີ້ຈະໄດ້ເກັບຕົວຢ່າງມາກວດເປັນຄັ້ງທີ 2 ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງຈະພິຈາລະນາໃຫ້ອອກໂຮງໝໍ ໄປຈຳກັດບໍລິເວນຢູ່ເຮືອນອີກ 14 ວັນ.

ສະນັ້ນ ເຖິງຢ່າງໃດກໍຕາມ ໃນໄລຍະຜ່ອນຜັນບາງມາດຕະການແຕ່ນີ້ເຖິງວັນທີ 17 ພຶດສະພານີ້ ຄະນະສະເພາະກິດພວກເຮົາຍັງໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ຕໍ່ຜູ້ທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍການກວດວິເຄາະຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນຳເຊື້ອເຂົ້າມາປະເທດເຮົາອີກ ຜູ້ທີ່ມີຜົນກວດວິເຄາະບວກ ກໍຈະໄດ້ເອົາເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ ຜູ້ທີ່ມີຜົນກວດວິເຄາະລົບ ກໍຈະໄດ້ໄປຈຳກັດບໍລິເວນຢູ່ສູນຂອງແຕ່ລະແຂວງຈົນຄົບກຳນົດ 14 ວັນ ບັນດາພໍ່ແມ່ປະຊາຊົນບັນດາເຜົ່າຈະຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການປະຕິບັດຕາມແຈ້ງການ ແລະ ຄຳແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດຕະການຄວບຄຸມການລະບາດຂອງພະຍາດ COVID-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດການຜ່ອນຜັນສືບຕໍ່ໄປອີກຫຼັງຈາກວັນທີ 17 ພຶດສະພາ 2020 ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນເປັນຕົ້ນ ການລ້າງມືດ້ວຍນ້ຳສະອາດ ແລະ ສະບູ ຫຼືໃຊ້ເຈວລ້າງມື ຂ້າເຊື້ອ 70% ຂຶ້ນໄປ ການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼືຢູ່ສະຖານທີ່ບໍລິການຕ່າງໆໃຫ້ພ້ອມກັນເປັນເຈົ້າການ.