ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາຂອງຄົນໃນສັງຄົມ ເຊັ່ນ: ການຊ່ວງຊີງສົກສວຍຊື້ເຄື່ອງຂາຍຂອງ ໂດຍຂຶ້ນລາຄາຍາມສະພາບບ້ານເມືອງວິກິດ ຄົນຂາຍບາງກຸ່ມກໍບໍ່ສົນວ່າສິນຄ້າໄດ້ຄຸນນະພາບ ຂໍພຽງແຕ່ໄດ້ເງິນ ບາງຄົນຖືກຕົວະຕົ້ມຫັກຫຼ່ຽມຜົນປະໂຫຍດກັນ ເຖິງຂັ້ນຮ້ອງໄຫ້ເປີດເສື້ອໃຫ້ສັງຄົມໄດ້ເຫັນ ນີ້ຄືທາດແທ້ຂອງຄົນພຽງບາງກຸ່ມ ເອີ້ນວ່າ: ສວຍໂອກາດເຫັນແກ່ໄດ້ ເພາະມີນິໄສເຫັນແຕ່ຜົນປະໂຫຍດເຕັມຫົວໃຈ. ການປິ່ນປົວພະຍາດໂຄວິດ-19 ຖືໄດ້ວ່າເປັນການເສຍສະຫຼະສູງຂອງແພດໝໍ ໂດຍອາໄສຈິດໃຈກ້າຫານ…