ທຸກພາກສ່ວນ ກຽມຄວາມພ້ອມອໍານວຍຄວາມສະດວກການບໍລິການຕ້ອນຮັບນັກທ່ອງທ່ຽວ

    ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານຄວາມຄືບໜ້າໃນການກະກຽມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຕໍ່ກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ວັນທີ 15 ທັນວາ 2021 ທີ່ໂຮງແຮມແລນມາກ ວ່າ:ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1445/ຫສນຍ ກະຊວງ ຖວທ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຄົ້ນຄວ້າບັນດາຂັ້ນຕອນ ມາດຕະການ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງ ຮອງຮັບໃຫ້ແກ່ການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນນີ້ ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຜ່ານການປຶກສາຫາລື ບັນດາກະຊວງທີ່ກ່ຽວຂ້ອງສ່ວນຫຼາຍ ໄດ້ກຽມຄວາມພ້ອມທາງດ້ານລະບຽບການ ການອໍານວຍຄວາມສະດວກດ້ານຕ່າງໆ ແລະ ພ້ອມທີ່ຈະໃຫ້ການຮ່ວມມືໃນທຸກດ້ານ ທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ ສ່ວນພາກທຸລະກິດ ໄດ້ຢືນຢັນຄວາມກຽມພ້ອມໃນການບໍລິການຕ້ອນຮັບນັກທ່ອງທ່ຽວສາກົນທີ່ຈະເຂົ້າມາຕາມລາຍການທ່ອງທ່ຽວ.

    ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ໃນການກະກຽມແຜນການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ລັດຖະບານໄດ້ອອກຂໍ້ຕົກລົງຂອງທ່ານນາຍົກລັດຖະມນຕີ ສະບັບເລກທີ 135/ນຍ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດໂຄວິດ-19 ສະບັບເລກທີ 4887/ຫສນຍ ການຮັບຮອງເອົາແຜນການປະຕິບັດງານຕົວຈິງສໍາລັບການເປີດເຂດການທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວລາວທີ່ປອດໄພຈາກພະຍາດໂຄວິດ-19 ເພື່ອສືບຕໍ່ຜັນຂະຫຍາຍສອງຂໍ້ຕົກລົງດັ່ງກ່າວ ພ້ອມທັງແກ້ໄຂວຽກທີ່ຄ້າງຄາ ກະຊວງ ຖວທ ໄດ້ສືບຕໍ່ຈັດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດ ຮ່ວມກັບບັນດາແຂວງທີ່ຢູ່ໃນເປົ້າໝາຍການທ່ອງທ່ຽວສີຂຽວ ປະກອບມີ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ຈໍາປາສັກ ຄໍາມ່ວນ ຊຽງຂວາງ ອຸດົມໄຊ ແລະ ໄຊຍະບູລີ ພ້ອມນັ້ນ ໄດ້ເອົາໃຈໃສ່ປັບປຸງນິຕິກໍາລຸ່ມກົດໝາຍ ແລະ ໄດ້ຄົ້ນຄວ້າງົບປະມານ ເພື່ອສະໜັບສະໜູນບັນດາແຂວງເປົ້າໝາຍໃຫ້ປັບປຸງບັນດາສະຖານທີ່ທ່ອງທ່ຽວ ເພື່ອຕ້ອນຮັບນັກທ່ອງທ່ຽວ ໄລຍະຜ່ານມາ ກະຊວງ ຖວທ ໄດ້ຈັດກອງປະຊຸມກັບບັນດາແຂວງທີ່ມີທາງລົດໄຟຜ່ານ ໃຫ້ຄົ້ນຄວ້າບັນດາກິດຈະກຳ ແລະ ສ້າງຜະລິດຕະພັນຂອງຕົນເພື່ອໂຄສະນາ ບໍລິການຕາມສະຖານີລົດໄຟ ແລະ ກະກຽມການຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມາທາງລົດໄຟໃນອະນາຄົດ ໄດ້ຊຸກຍູ້ຢ່າງຕັ້ງໜ້າ ໃນການສົ່ງເສີມການທ່ອງທ່ຽວພາຍໃນ ລາວທ່ຽວລາວ ໃຫ້ຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ ແລະ ສົ່ງເສີມການທ່ອງທ່ຽວກະສິກໍາ ຊຸກຍູ້ການນໍາໃຊ້ຜະລິດຕະພັນພາຍໃນເປັນຕົ້ນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!