PCD ສະຫຼຸບຜົນການດໍາເນີນທຸລະກິດໄຕມາດ III ປີ 2021 ມອບພັນທະໃຫ້ລັດເກືອບ 300 ລ້ານກີບ

     ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ໄດ້ສະຫຼຸບຜົນການດໍາເນີນທຸລະກິດຂອງຕົນໃນໄລຍະ 9 ເດືອນຜ່ານມາ ຫຼື ປະຈໍາໄຕມາດ 3 ປີ 2021 ສາມາດມອບພັນທະອາກອນເງິນເດືອນໃຫ້ລັດ 264.242.787 ກີບ ນັບວ່າເປັນການປະກອບສ່ວນຢ່າງເຂັ້ມງວດຂອງບໍລິສັດທີ່ມີຕໍ່ພັກ-ລັດຖະບານ ທັງເປັນການເປີດເຜີຍຂໍ້ມູນທຸລະກິດໃຫ້ແກ່ຜູ້ຖືຮຸ້ນ ລວມທັງນັກລົງທຶນໄດ້ຮັບຊາບ ເນື່ອງຈາກເປັນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ.

    ຕະຫຼາດຫຼັກຊັບລາວ ເປີດເຜີຍວ່າ: ບໍລິສັດ PCD ຜູ້ຊ່ຽວຊານດ້ານໃຫ້ບໍລິການວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນ ຢູ່ ສປປ ລາວ ໄດ້ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ 3 ປີ 2021 ໃນນີ້ ສະຫຼຸບຕີລາຄາຄືນແຜນການຈັດຕັ້ງປະຕິບັດຜ່ານມາ ເປັນຕົ້ນ ວຽກງານການຕະຫຼາດ ການພັດທະນາບຸຄະລາກອນ ການປັບປຸງໂຄງຮ່າງການຈັດຕັ້ງເພື່ອໃຫ້ສອດຄ່ອງຕາມໂຄງສ້າງ ແລະ ເງື່ອນໄຂຂອງຕະຫຼາດຫຼັກຊັບລາວ ດ້ານສະຫວັດດີການ-ສັງຄົມ ການຍົກສູງຄຸນນະພາບ ແລະ ມາດຕະຖານຂອງວຽກງານ ແຜນການຂະຫຍາຍທຸລະກິດ ແລະ ອື່ນໆ ເວົ້າສະເພາະໂຄງການກໍ່ສ້າງທີ່ບໍລິສັດ PCD ກໍາລັງສືບຕໍ່ຈັດຕັ້ງປະຕິບັດຢູ່ 2 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ (ແຕ່ບ້ານອູ້ ນະຄອນຫຼວງພະບາງ ຫາ ບ້ານສີບຸນເຮືອງ ເມືອງນານ ແຂວງຫຼວງພະບາງ) ຄວາມຍາວ 50,2 ກິໂລແມັດ ແລະ ໂຄງການກໍ່ສ້າງທາງຍົກລະດັບ (ແຕ່ບ້ານກິ່ວເຈຍ ຫາ ບ້ານເມືອງຮືບ ເມືອງໂພນທອງ ແຂວງຫຼວງພະບາງ) ຄວາມຍາວ 32.565 ກິໂລແມັດ ແລະ ໂຄງການອື່ນໆອີກຈໍານວນໜຶ່ງ.

    ຊຸມປີຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ການດໍາເນີນງານຂອງບໍລິສັດບໍ່ເຕັມເມັດເຕັມໜ່ວຍຕາມແຜນທີ່ວາງໄວ້ ຈຶ່ງມີຜົນກໍາໄລໜ້ອຍ ແລະ ໄດ້ປະກອບສ່ວນຕາມເງື່ອນໄຂຕົວຈິງ ໃນນີ້ ໄດ້ມອບພັນທະອາກອນເງິນເດືອນໃຫ້ລັດໃນໄຕມາດ 3 ປີ 2021 ຈໍານວນ 264.242.787 ກີບ ແລະ ຄາດວ່າໃນອະນາຄົດອັນໃກ້ນີ້ ບໍລິສັດຈະມີທ່າແຮງທາງດ້ານທຸລະກິດເພີ່ມຂຶ້ນ. ຂະນະດຽວກັນ ບໍລິສັດ PCD ມີວິໃສທັດພັດທະນາທຸລະກິດຂອງຕົນກາຍເປັນຜູ້ນໍາດ້ານການກໍ່ສ້າງດ້ວຍການນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ຂະຫຍາຍທຸລະກິດໄປໃນຂົງເຂດປະຊາຄົມເສດຖະກິດອາຊຽນໃນອະນາຄົດ ດ້ວຍການສະໜອງການບໍລິການໃຫ້ແກ່ລູກຄ້າໃນລະດັບສາກົນຢ່າງຮອບດ້ານ ເຊັ່ນ: ຄຸນະພາບ ທັນກັບເວລາ ໃສ່ໃຈລາຍລະອຽດ ມີຄວາມຊື່ສັດ-ເປັນທຳຕໍ່ຄູ່ຮ່ວມງານ ແລະ ລູກຄ້າ.

# ຂ່າວ – ພາບ : ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ                  

error: Content is protected !!