ເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂຄງການປັບປຸງ ແລະ ພັດທະນາສະໜາມບິນຫຼວງພະບາງ

    ສະໜາມບິນຫຼວງພະບາງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານລາວ ຕາມນະໂຍບາຍຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ມາເປັນປະເທດໃຫ້ການບໍລິການທາງຜ່ານ ມີຈຸດປະສົງເພື່ອດໍາເນີນການສຶກສາຢ່າງເຕັມຮູບແບບ ໃນການປັບປຸງ ແລະ ພັດທະນາສະໜາມບິນຫຼວງພະບາງໃຫ້ເປັນລະດັບສາກົນ ເພື່ອໃຫ້ເປັນໃຈກາງ ແລະ ຈຸດໝາຍປາຍທາງການເດີນທາງໃນລະດັບປະເທດອະນຸພາກພື້ນ ເປັນພັນທະມິດກັບສະໜາມບິນ ແລະ ສາຍການບິນປະເທດອື່ນໆ ພ້ອມທັງດຶງດູດບັນດາສາຍການບິນ ເຊື່ອມສານເຂົ້າກັບການຂົນສົ່ງຫຼາຍຮູບແບບເຊັ່ນ: ການຂົນສົ່ງດ້ວຍລົດໄຟ ແລະ ລົດໂອໂຕຢ່າງເປັນລະບົບ ເຊິ່ງລັດຖະບານເຫັນໄດ້ຄວາມສຳຄັນດັ່ງກ່າວຂ້າງເທິງ ຈຶ່ງເປີດໂອກາດໃຫ້ມີການຄັດເລືອກເອົາຜູ້ພັດທະນາທີ່ມີຄຸນນະພາບ ປະສົບການ ແລະ ທຶນຮອນທີ່ຈະມາພັດທະນາ ຕາມຈຸດປະສົງ ແລະ ລະດັບຄາດໝາຍດັ່ງກ່າວໃຫ້ມາຮ່ວມລົງທຶນໃນຮູບແບບການລົງທຶນຮ່ວມພາກລັດ ແລະ ເອກະຊົນ ເພື່ອນໍານະວັດຕະກໍາ ເຕັກໂນໂລຊີ ປະສົບການດ້ານສະໜາມບິນ ເຄືອຂ່າຍຂອງສາຍການບິນ ມາພັດທະນາໄປຄຽງຄູ່ກັບການແບ່ງປັນຄວາມຮັບຜິດຊອບດ້ານຕ່າງໆ ລວມທັງດ້ານຄວາມສ່ຽງໃນໂຄງການຢ່າງສົມເຫດສົມຜົນ.

    ສະນັ້ນ ລັດຖະບານໄດ້ເປີດໂອກາດໃຫ້ຄັດເລືອກເອົາບໍລິສັດທີ່ສົນໃຈເຂົ້າມາສຶກສາຄວາມເປັນໄປໄດ້ໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນຫຼວງພະບາງ ເຊິ່ງເຫັນວ່າ ມີຜູ້ລົງທຶນໃຫ້ຄວາມສົນໃຈເຂົ້າຮ່ວມພັດທະນາມີເຖິງ 6 ບໍລິສັດ ຜ່ານການຄັດເລືອກ ລັດຖະບານເຫັນໄດ້ເຖິງທ່າແຮງຂອງບໍລິສັດ KAC ທີ່ມີປະສົບການໃນການພັດະທະນາ ຄຸ້ມຄອງສະໜາມບິນໃນປະເທດ ສ.ເກົາຫຼີ ການຮ່ວມມືກັບພາກພື້ນ ແລະ ສາກົນ ພ້ອມກັບມີແຫຼ່ງທຶນ ແລະ ຊັບພະນາກອນທີ່ສຳຄັນ ທີ່ຈະປະກອບສ່ວນເຂົ້າໃນການສຶກສາຄວາມເປັນໄປທາງດ້ານເສດຖະກິດ-ເຕັກນິກ ໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນ ຫຼວງພະບາງ ຈຶ່ງໄດ້ມີໃບມອບສິດຈາກນາຍົກລັດຖະມົນຕີ ສະບັບເລກທີ 187/ນຍ ໃຫ້ເຊັນ MOU ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂຄງການດັ່ງກ່າວລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ KAC ສ.ເກົາຫຼີ.

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ ໂຄງການປັບປຸງ ແລະ ພັດທະນາສະໜາມບິນຫຼວງພະບາງ ລະຫວ່າງລັດຖະບານລາວ ແລະ ບໍລິສັດ Korea Airport Corporation (KAC) ສ.ເກົາຫຼີ ໃນຮູບແບບທາງໄກ ຈັດຂຶ້ນວັນທີ 15 ທັນວາ 2021 ໂດຍການລົງນາມຂອງທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ທ່ານ Son Chang wan ປະທານບໍລິສັດ KAC ໂດຍການເຊັນເປັນພະຍານຝ່າຍລັດຖະບານລາວ ມີທ່ານ ແສງດາລັດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ແລະ ເຊັນພະຍານຂອງບໍລິສັດ KAC ທ່ານ ນະທະພົນ ປັນຈະສິລາ ອໍານວຍການ ບໍລິສັດ NAK ບໍລິການ ຈໍາກັດ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຊິນນະກອນ ພົມມະສິດ ກໍາມະການຜູ້ຈັດການບໍລິສັດ NAK ບໍລິການ ຈໍາກັດ ໃຫ້ສໍາພາດຕື່ມວ່າ: ບໍລິສັດ NAK ໄດ້ເປັນຕົວແທນຂອງ ສ.ເກົາຫຼີ ໃນລາວ ເຂົ້າຮ່ວມການປະມູນໂຄງການປັບປຸງ ແລະ ພັດທະນາສະໜາມບິນຫຼວງພະບາງ ໂດຍຄະນະກໍາມະການຄັດເລືອກທີ່ຖືກແຕ່ງຕັ້ງຈາກທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ໄດ້ດໍາເນີນການຄົ້ນຄວ້າຢ່າງເປັນລະບົບ ມີແບບແຜນ ແລະ ວິທີຂັ້ນຕອນ ເຊິ່ງມີການແລກປ່ຽນຂໍ້ມູນ ທັດສະນະວິຊາການຢ່າງກົງໄປກົງມາ ແລະ ມີຄວາມໂປ່ງໃສ ຜ່ານການຄັດເລືອກ ໄດ້ເຫັນເຖິງຄວາມຈິງໃຈ ແລະ ທ່າແຮງຂອງບໍລິສັດ KAC ຈຶ່ງເລືອກໃຫ້ບໍລິສັດດັ່ງກ່າວເຂົ້າມາມີສ່ວນຮ່ວມໃນການພັດທະນາປັບປຸງສະໜາມບິນຫຼວງພະບາງ ເພື່ອໃຫ້ກາຍເປັນສະໜາມບິນລະດັບມາດຕະຖານສາກົນ ລວມທັງເປັນສະຖານທີ່ເອື້ອອຳນວຍຄວາມສະດວກໃນການເດີນທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງເປັນການດຶງດູດເອົາການລົງທຶນ ຈາກ ສ.ເກົາຫຼີ ແລະ ສາກົນ ເຂົ້າມາໃນແຂວງຫຼວງພະບາງ ກໍຄື ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນຢ່າງເປັນຮູບປະທຳ ພ້ອມນັ້ນ ບໍລິສັດ KAC ແລະ ບໍລິສັດ NAK ຍັງຈະໄດ້ຮ່ວມມືກັນສ້າງສູນວັດທະນະທໍາ ສູນປະຊຸມ ໂຮງແຮມ 5 ດາວ ໃກ້ກັບເດີ່ນບິນ ເພື່ອຈະດຶງດູດນັກທ່ອງທ່ຽວຈາກ ສ.ເກົາຫຼີ ຕະຫຼອດຮອດນັກທ່ອງທ່ຽວໃນທົ່ວໂລກເຂົ້າມາທ່ອງທ່ຽວຫຼວງພະບາງໃຫ້ໄດ້ຫຼາຍທີ່ສຸດ ທັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນ ແລະ ປະກອບສ່ວນເກັບລາຍຮັບຈາກຜູ້ຊົມໃຊ້ການທ່ອງທ່ຽວເຂົ້າງົບປະມານແຫ່ງລັດຕື່ມອີກ ເຊິ່ງພາຍຫຼັງທີ່ເຊັນ MOU ຄັ້ງນີ້ ທັງສອງບໍລິສັດຈະໄດ້ພ້ອມກັນລົງສໍາຫຼວດເກັບກໍາຂໍ້ມູນຢ່າງລະອຽດ ພ້ອມທັງອອກແບບ ແລ້ວປະເມີນຜົນໄດ້ຮັບ ແລະ ຜົນກະທົບ ເພື່ອສ້າງເປັນບົດວິພາກເສດຖະກິດ ໄປຄວບຄູ່ກັບການສຶກສາຄວາມເປັນໄປໄດ້ຂອງການປັບປຸງສະໜາມບິນຫຼວງພະບາງໃຫ້ເປັນ Smart Airport ແລະ ຢາກຈະສ້າງສູນວັດທະນະທໍາ ສູນປະຊຸມ ໂຮງແຮມ 5 ດາວ ທີ່ KAC ຢາກພັດທະນາຫຼວງພະບາງໃຫ້ເປັນເມືອງທ່ອງທ່ຽວສົມບູນແບບມີຄວາມທັນສະໄໝ ແລະ ຍືນຍົງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!