ສ້າງທຸກເງື່ອນໄຂເພື່ອໃຫ້ຍິງ-ຊາຍ ແລະ ເດັກຍິງ-ຊາຍໄດ້ຮັບເງື່ອນໄຂໃນການພັດທະນາຕົນເອງ

    ຄະນະກຳາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈັດກອງປະຊຸມເຜີຍແຜ່ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025) ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ຂຶ້ນວັນທີ 16 ທັນວາ 2021 ທີ່ໂຮງແຮມແລນມາກ (ກອງປະຊຸມເຊິ່ງໜ້າ ແລະ ທາງໄກ) ເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈຳການ ຄຊກມດ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ ບົດບາດຍິງ-ຊາຍ ແມ່ນພື້ນຖານທີ່ຈຳເປັນເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ກ້າວໄປເຖິງຄວາມສະເໝີພາບຍິງ-ຊາຍ ສິດທິເດັກຕ້ອງຄຳນຶງເຖິງຄວາມບອບບາງ ລັກສະນະສະເພາະ ແລະ ຄວາມຕ້ອງການທີ່ເໝາະສົມກັບໄວ ແລະ ຄຳນຶງເຖິງຄວາມຈໍາເປັນໃນການພັດທະນາເດັກ ທັງເປັນປັດໄຈໜຶ່ງ ປະກອບສ່ວນໃນການພັດທະນາເສດຖະ ກິດ-ສັງຄົມ ໄລຍະຜ່ານມາ ພັກ ແລະ ລັດຖະບານລາວໄດ້ເອົາໃຈໃສ່ຊີ້ນຳ ຄຊກມດ ໃນການປັບປຸງກົງຈັກການຈັດຕັ້ງ ສ້າງນິຕິກຳຕ່າງໆເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ເປັນຕົ້ນ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ປີ 2007 ກົດໝາຍວ່າດ້ວຍການດຳເນີນຄະດີເດັກ ປີ 2013 ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ປີ 2014 ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍປີ 2019 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ບັນດາສົນທິສັນຍາສາກົນທີ່ ສປປ ລາວເປັນພາຄີ ໂດຍສະເພາະ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ແລະ ສົນທິສັນຍາວ່າດ້ວຍສິດທິເດັກ ໄດ້ກໍານົດຈະແຈ້ງກ່ຽວກັບສິດ ແລະ ຜົນປະໂຫຍດຂອງເດັກ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຄວາມສະເໝີພາບຍິງ-ຊາຍ ໃນແຕ່ລະດ້ານ ລວມທັງການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!