ປີ 2021 ຖືເປັນຍຸກສະໄໝຂອງການປ່ຽນແປງສຳລັບຫຼາຍໆຄົນໃນທົ່ວໂລກ ພວກເຮົາໄດ້ເຮັດວຽກ ຮ່ວມກັນໃນການຊອກຫາຊ່ອງທາງໃໝ່ໆ ເພື່ອເຮັດໃຫ້ຜູ້ຄົນໄດ້ເຊື່ອມຕໍ່ກັນ ຄົ້ນພົບຊຸມຊົນໃໝ່ໆ ແລະ ສະ ເຫຼີມສະຫຼອງທຸກໆໄຊຊະນະ ນີ້ແມ່ນວິທີທີ່ທ່ານສາມາດສະຫຼຸບ ແລະ ຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງ ທ່ານເທິງແອັບ Facebook ແລະ Instagram ເຊິ່ງນັບແຕ່ວັນທີ 9 ທັນວາ ເປັນຕົ້ນໄປ ຜູ້ນຳໃຊ້ແອັບ Facebook ສາມາດເຫັນປະສົບການສ່ວນຕົວຂອງພວກເຂົາໄດ້ທາງ Newsfeed ແລະ ແບ່ງປັນໝູ່ ເພື່ອນ ແລະ ຊຸມຊົນຂອງພວກເຂົາໄດ້ “Year Together” ຈະແບ່ງປັນເຫດການສຳຄັນທີ່ສ້າງແຮງບັນ ດານໃຈໃຫ້ພວກເຮົາໄດ້ມາຢູ່ນຳກັນ ແລະ ຄົ້ນພົບຈຸດເລີ່ມຕົ້ນໃໝ່ໆ ມັນແມ່ນປະສົບການສ່ວນຕົວຈາກແອັບ Facebook ທີ່ສະທ້ອນເຖິງໄລຍະເວລາຕ່າງໆທີ່ມີຄວາມໝາຍສຳລັບທ່ານ ແລະ ເຮັດໃຫ້ມັນເປັນປີທີ່ດີຂຶ້ນ ໝູ່ເພື່ອນ ຄວາມຮູ້ສຶກ ສະຖານທີ່ ແລະ ຜູ້ຄົນ Year Together ແມ່ນການເດີນທາງຂອງທ່ານເອງຜ່ານປີ 2021 ທີ່ທ່ານສາມາດແບ່ງປັນໄດ້ ສ້າງແຮງບັນດານໃຈໃຫ້ຕົວທ່ານເອງ ແລະ ໝູ່ເພື່ອນຂອງທ່ານ ເພື່ອໃຫ້ເຫັນວ່າທ່ານມາໄກປານໃດແລ້ວ.

ທ່ານສາມາດສ້າງ Year Together ໄດ້ແນວໃດ: Year Together ຈະປາກົດຂຶ້ນໃນ Newsfeed ຂອງທ່ານໃນຮູບແບບຂອງຂໍ້ຄວາມຈາກ Facebook ເບື້ອງຕົ້ນ ທ່ານຈະເຫັນຂໍ້ຄວາມທີ່ທ່ານສາມາດເລືອກກົດເຂົ້າໄປເບິ່ງ ຫຼື ເລື່ອນຜ່ານໄດ້ ນອກນີ້ ທ່ານຍັງສາມາດເຫັນປະສົບການຕ່າງໆຂອງໝູ່ເພື່ອນຂອງທ່ານ ຖ້າຫາກພວກເຂົາແບ່ງປັນເທິງ News Feed ຜ່ານຄໍາສັ່ງ “ທົດລອງມັນ” ນອກນີ້ Year Together ຍັງສາມາດເປີດໃຊ້ງານໄດ້ເທິງ IOS Android ແລະ ເທິງຄອມພິວເຕີຕັ້ງໂຕະ ຕື່ມອີກ.

Playback ເທິງ Instagram ແມ່ນຊ່ອງທາງທີ່ຊ່ວຍໃຫ້ຜູ້ຄົນສາມາດຈົດຈຳໄລຍະເວລາຕ່າງໆຂອງພວກເຂົາໄດ້ ຈາກໄລຍະເວລາໜ້ອຍໆທີ່ພວກເຂົາອາດລືມໄປແລ້ວ ຈົນເຖິງສິ່ງທີ່ຍິ່ງໃຫຍ່ກວ່າ ທີ່ພວກເຂົາບໍ່ມີວັນລືມ ຟິວເຈີ້ນີ້ ຈະຊ່ວຍໃຫ້ຜູ້ຄົນສາມາດເບິ່ງຍ້ອນຄືນ ແລະ ສະເຫຼີມສະຫຼອງໄດ້ກ່ອນປີໃໝ່ ທີ່ກຳລັງຈະມາເຖິງ ນັບແຕ່ໄລຍະເວລາແຫ່ງຄວາມປະທັບໃຈ ຈົນເຖິງເລື່ອງລາວທົ່ວໆໄປໃນຊີວິດ ໄລຍະເວລາທີ່ທ່ານໄດ້ແບ່ງປັນຕະຫຼອດປີຜ່ານມາ ເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າທ່ານໃຊ້ມັນແນວໃດແດ່ ໃຜທີ່ທ່ານແບ່ງປັນສິ່ງເຫຼົ່ານີ້ນຳ ລວມເຖິງທຸກສິ່ງທຸກຢ່າງທີ່ທ່ານໄດ້ຄົ້ນຫາ Stories ຂອງທ່ານ ແມ່ນສະຖານທີ່ທີ່ທ່ານທົດລອງປະສົບການໃໝ່່ໆໃນຮູບຮ່າງ ແລະ ຂະໜາດຕ່າງໆ ທີ່ທ່ານເຫັນວ່າເໝາະສົມ ເນື່ອງຈາກໃກ້ຈະຮອດທ້າຍປີແລ້ວ ມັນກໍເປັນໄລຍະເວລາແຫ່ງການໄຕ່ຕອງ ແລະ ລະນຶກເຖິງການເດີນທາງຂອງທ່ານຕະ ຫຼອດປີຜ່ານມາ.
ທ່ານສາມາດສ້າງ Playback ຂອງທ່ານໄດ້ແນວໃດ: Story ຂອງ Playback ປີ 2021 ຈະປະ ກົດຂຶ້ນເທິງ Instagram Feed ຂອງທ່ານ ທ່ານສາມາດກົດໄປທີ່ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ ຫຼື ອີກຊ່ອງທາງໜຶ່ງ ແມ່ນສາມາດຄົ້ນຫາ @Creator ແລະ ກົດເຂົ້າໄປທີ່ Story ສົ່ງທ້າຍປີ ແລະ ກົດໄປທີ່ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ.
# ຂ່າວ – ພາບ : ສະບາໄພ