ເປີດໂຕ “ICBC Intelligence Bank” ຢ່າງເປັນທາງການ

     ງານເປີດໂຕ “ICBC Intelligence Bank” ຢ່າງເປັນທາງການ ແລະ ຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານ ອຸດສາຫະກຳ​ ແລະ ​ການ​ຄ້າ​ຈີນ ຈຳກັດ (ICBC) ສາຂານະຄອນຫຼວງວຽງຈັນ ຄົບ ຮອບ 10 ປີ (2011-2021) ໄດ້ຈັດຂຶ້ນວັນທີ 15 ທັນວາ 2021 ທີ່ທະນາຄານ ICBC ສາຂານະຄອນ ຫຼວງວຽງຈັນ ເປັນປະທານຂອງທ່ານ ຊຸນ ເຟີງເຫຼ (Sun FengLei) ຜູ້ອຳນວຍການໃຫຍ່ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສປ ຈີນ ປະຈຳສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຊຸນເຟີງເຫຼ ກ່າວວ່າ: ໃນໄລຍະ 10 ປີຜ່ານມາ ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ໄດ້ຍຶດໝັ້ນໃນວັດທະນະທໍາທີ່ດີເດັ່ນຂອງວິສະຫະກິດຄື: “ການດໍາເນີນທຸລະກິດດ້ວຍຄວາມຈິງໃຈ ກ້າວໄປສູ່ອະນາຄົດທີ່ຍາວໄກ” ທະນາຄານໄດ້ລົງຫຼັກປັກຖານຢູ່ສປປ ລາວ ດໍາເນີນທຸລະກິດ ແລະ ພັດທະນາຢ່າງໝັ້ນຄົງ ໄດ້ມີການສະໜອງການບໍລິການ ແລະ ຜະລິດຕະພັນທາງການເງິນທີ່ຫຼາຍຮູບແບບ ໃຫ້ແກ່ພາກສ່ວນຕ່າງໆໃນສັງຄົມລາວ.

    ການຄິດຄົ້ນນະວັດຕະກຳເຕັກໂນໂລຊີທ້າງດ້ານການເງິນໃໝ່ໆ ນັບມື້ນັບໄດ້ຮັບການຊົມໃຊ້ ແລະ ປ່ຽນແປງພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ທະນາຄານ ICBC ສາຂານະຄອນຫຼວງວຽງ ໄດ້ມີຄວາມກະຕືລືລົ້ນ ໃນການຈັດຕັ້ງປະຕິບັດຍຸດທະສາດ “ນໍາໃຊ້ເຕັກໂນໂລຊີໃນການພັດທະນາ ເສີມສ້າງຄຸນຄ່າ” ຂອງທະນາ ຄານ ICBC ສໍານັກງານໃຫຍ່ ລູກຄ້າຕ້ອງມາກ່ອນ ການບໍລິການຕ້ອງມາກ່ອນ ທຸ່ມເທເຫື່ອແຮງເຂົ້າໃສ່ການພັດທະນາເຕັກໂນໂລຊີໃໝ່ໆ ເພື່ອມາຍົກລະດັບຄວາມສາມາດປະສິດທິພາບໃນການບໍລິການ ແກ້ໄຂບັນຫາທີ່ລູກຄ້າຕ້ອງໄດ້ລໍຖ້າເຮັດທຸລະກຳເປັນເວລາດົນ ບັນຫາຂັ້ນຕອນທຸລະກຳຫຍຸ້ງຍາກ ແລະ ບັນຫາອື່ນໆ ຜ່ານການພັດທະນາ ແລະ ກະກຽມຄວາມພ້ອມຕ່າງໆ ມາເປັນໄລຍະເວລາ 2 ປີ ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ກໍໄດ້ກາຍເປັນທະນາຄານກຸ່ມແລກໆໃນບັນດາທະນາຄານຂອງລາວ ທີ່ຈະໄດ້ເປີດນຳໃຊ້ “ICBC Intelligence Bank” ໂຄງການນີ້ ແມ່ນມີເປົ້າໝາຍເດີນຕາມແນວທາງເພື່ອອະນາຄົດ ເພື່ອຄວາມເປັນອັດສະລິຍະ ເຊິ່ງນໍາໃຊ້ການສະແກນໃບໜ້າ ການເຮັດທຸລະກໍາແບບປະສານກັນລະຫວ່າງຄົນກັບເຄື່ອງຈັກດ້ວຍເຄື່ອງໜ້າຈໍຄູ່ ການອະນຸມັດແບບອັດສະລິຍະ ເຕັກໂນໂລຊີ Platformແບບເປີດເຊື່ອມຕໍ່ API ທີ່ລໍ້າໜ້າອື່ນໆ ລວມໄປເຖິງການເຮັດສໍາເລັດການເຊື່ອມໂຍງທາງໄກ ກັບສູນປະຕິບັດການແບບລວມສູນ ເພື່ອອໍານວຍຄວາມສະດວກໃນການໃຫ້ບໍລິການແກ່ລູກຄ້າທີ່ດີຍິ່ງຂຶ້ນ.

     ການເປີດໂຕໃຫ້ບໍລິການຢ່າງເປັນທາງການຂອງ “ICBC  Intelligence  Bank” ໃນຄັ້ງນີ້ ລວມມີຄວາມສາມາດພິເສດ ໃນການເຮັດທຸລະກໍາການເງິນເຊັ່ນ:ເຄົາເຕີອັດສະລິຍະ ເຄື່ອງຮັບຜະລິດຕະພັນ ຕູ້ຈ່າຍຄ່າທໍານຽມດ້ວຍຕົວເອງ ຕູ້ຝາກ-ຖອນເງິນໃນເຄື່ອງດຽວ ແລະ ອື່ນໆ ລວມ 8 ຄວາມສາມາດພິເສດ ຫຼັງຈາກເປີດໃຫ້ບໍລິການ ແລະ ລູກຄ້າເຂົ້າມານໍາໃຊ້ ບັນດາເຄື່ອງອັດສະລິຍະ ຈະເປັນຜູ້ຮວບຮວມ ແລະ ກວດສອບຕົວຕົນຂອງລູກຄ້າເອງ ເຊິ່ງໃນຂະນະທີ່ຈັດສົ່ງຂໍ້ມູນໃຫ້ພະນັກງານ ກໍຈະຊັບຊ້ອນຈັດແບ່ງການເຂົ້າເຮັດທຸລະກໍາໄປພ້ອມໃນເວລາດຽວກັນ ການເຮັດທຸລະກໍາມາດຕະຖານຕ່າງໆເຊັ່ນ:ການເປີດບັນຊີ ການເປີດບັດ ATM ຝາກເງິນ ຖອນເງິນ ໂອນເງິນ ກວດເບິ່ງການເຄື່ອນໄຫວຂອງບັນຊີ ແລະ ອື່ນໆ ລູກຄ້າສາມາດເຮັດໄດ້ດ້ວຍຕົນເອງ ຜ່ານເຄື່ອງຈັກອັດສະລິຍະ ທຸກຂັ້ນຕອນໃນການເຮັດທຸລະກໍາ ແມ່ນເຮັດຜ່ານລະບົບເອເລັກໂຕຣນິກທັງໝົດ  ໂດຍທີ່ລູກຄ້າບໍ່ຈໍາເປັນຕ້ອງໃຊ້ເຈ້ຍ ຂຽນແບບຟອມ ບໍ່ຕ້ອງລໍຖ້າຄິວ ປະຫຍັດເວລາໃນການເຮັດທຸລະກໍາຂອງລູກຄ້າ ເຊິ່ງຈະເປັນການຍົກສູງປະສິດທິພາບ ໃນການເຮັດທຸລະກໍາໃຫ້ປະສົບການໃນການສໍາຜັດກັບນະວັດຕະກໍາໃໝ່ ຂອງລູກຄ້າຂຶ້ນໄປອີກລະດັບ.

      ໃນອະນາຄົດ ທະນາຄານ ​ອຸດສາຫະກຳ​ ແລະ ​ການ​ຄ້າ​ຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ຈະສືບຕໍ່ ພັດທະນາຍົກລະດັບ “ICBC  Intelligence  Bank” ປັບປຸງ ແລະ ພັດທະນາຄວາມສາມາດໃນການເຮັດທຸລະກໍາທາງການເງິນອື່ນໆເພີ່ມຂຶ້ນໄປ ພ້ອມທັງຈະຮວບຮວມເອົາທຸລະກໍາທາງການເງິນ ທີ່ມີຫຼາຍຮູບແບບເຂົ້າມາໄວ້ໃນ  “ICBC  Intelligence  Bank” ເພື່ອໃຫ້ກາຍເປັນ “ ສະໝອງອັດສະລິຍະ ” ບໍ່ວ່າຈະເປັນການເຮັດທຸລະກໍາທາງການເງິນຜ່ານທາງ  online   ແລະ offline ກໍຈະໃຫ້ສອດ ຄ່ອງ ແລະ ພັດທະນາໄປພ້ອມໆກັນ ນໍາໃຊ້ນະວັດຕະກໍາເຕັກໂນໂລຊີໃນການສ້າງສັນສິ່ງໃໝ່ ເພື່ອເຮັດໃຫ້ການບໍລິການລູກຄ້ານັບມື້ດີຍິ່ງໆຂຶ້ນ.

error: Content is protected !!