ກາແດງໄດ້ຮັບການຊ່ວຍເຫຼືອຈາກສະຖານທູດການາດາ

     ວັນທີ 15 ທັນວາ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈຮັບເອົາການຊ່ວຍເຫຼືອຈາກສະຖານທູດການາດາ ໃນການສະໜັບສະໜູນຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ລະຫວ່າງອົງການກາແດງລາວ ແລະ ສະຖານທູດການາດາປະຈຳບາງກອກ ປະເທດໄທ ຮ່ວມລົງນາມລະຫວ່າງທ່ານ ສິງເມໂນລາດ ຮອງປະທານອົງການກາແດງລາວ ແລະ ທ່ານ ບ໋ອບ ປາແຄັນ ອຸປະທູດ ແລະ ຫົວໜ້າຫ້ອງການສະຖານທູດການາດາປະຈຳລາວ ມີທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ຈຸດປະສົງໂຄງການດັ່ງກ່າວ ແນໃສ່ເພື່ອໃຫ້ການສະໜັບສະໜູນອົງການກາແດງລາວ ໃນການຊ່ວຍເຫຼືອຜູ້ປ່ຽວຢູ່ສູນຈຳກັດບໍລິເວນ ແລະ ໂຮງໝໍສະໜາມ ໃນການປິ່ນປົວພະຍາດໂຄວິດໃນນະຄອນຫຼວງວຽງຈັນ ທີ່ອົງການກາແດງລາວໄດ້ໃຫ້ການຊ່ວຍເຫຼືອຢູ່ໃນປັດຈຸບັນ ໂດຍສຸມໃສ່ການໂຄສະນາປ້ອງກັນການລະບາດຂອງພະຍາດໂຄວິດ ການສະໜອງອາຫານ ນໍ້າດື່ມ ແລະ ເຄື່ອງສຸຂະອະນາໄມ ໂຄງການນີ້ຈະໄດ້ຈັດຕັ້ງປະຕິບັດນັບແຕ່ມື້ເຊັນບົດບັນທຶກເປັນຕົ້ນໄປ ຮອດວັນທີ 30 ເມສາ 2022 ໂດຍແມ່ນສະຖານທູດການາດາປະຈຳບາງກອກເປັນຜູ້ໃຫ້ທຶນຊ່ວຍເຫຼືອມູນຄ່າ 27.000 ໂດລາການາດາ.

     ໂອກາດນີ້ ທ່ານປະທານອົງການກາແດງລາວ ໄດ້ສະແດງຄວາມຂອບໃຈຕໍ່ທາງສະຖານທູດການາດາປະຈຳບາງກອກ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນວຽກງານມະນຸດສະທຳ ກໍຄືວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດໃຫ້ອົງການກາແດງລາວ ເພາະໃນປັດຈຸບັນ ອີງຕາມສະພາບການລະບາດຂອງພະຍາດໂຄວິດຢູ່ໃນລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ ສະນັ້ນຈຶ່ງຈຳເປັນຕ້ອງໄດ້ນຳໃຊ້ທຶນຮອນເຂົ້າໃນວຽກງານດັ່ງກ່າວເປັນຈຳນວນຫຼາຍ ແລະ ທ່ານຍັງໃຫ້ຄຳໝັ້ນສັນຍາວ່າ ທຶນຮອນນີ້ ຈະໄດ້ນຳໄປໃຊ້ໃຫ້ຖືກຕາມຈຸດປະສົງທີ່ໄດ້ກຳນົດໄວ້ໃຫ້ເກີດປະໂຫຍດສູງສຸດ.

       # ຂ່າວ – ພາບ : ສົມສະຫວັນ

error: Content is protected !!