ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 16 ທັນວາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ທີ່ກະຊວງສາທາລະນະສຸກ.

ໃນວັນທີ 15 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.858 ຕົວຢ່າງ ໃນນັ້ນ ກວດພົບເຊື້ອໂຄວິດ-19 ຈຳນວນ 1.493 ຄົນ ທັງໝົດແມ່ນຕິດເຊື້ອພາຍໃນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 1.493 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
- ນະຄອນຫຼວງວຽງຈັນ 723 ຄົນ ໃນ 9 ເມືອງ
- ຫຼວງພະບາງ 117 ຄົນ ໃນ 5 ເມືອງ
- ອຸດົມໄຊ 110 ຄົນ ໃນ 7 ເມືອງ
- ບໍ່ແກ້ວ 99 ຄົນ ໃນ 5 ເມືອງ
- ຫຼວງນໍ້າທາ 103 ຄົນ ໃນ 3 ເມືອງ
- ສະຫວັນນະເຂດ 30 ຄົນ ໃນ 3 ເມືອງ
- ແຂວງວຽງຈັນ 110 ຄົນ ໃນ 10 ເມືອງ
- ໄຊຍະບູລີ 40 ຄົນ ໃນ 6 ເມືອງ
- ຈຳປາສັກ 19 ຄົນ ໃນ 6 ເມືອງ
- ບໍລິຄຳໄຊ 29 ຄົນ ໃນ 5 ເມືອງ
- ໄຊສົມບູນ 45 ຄົນ
- ຊຽງຂວາງ 26 ຄົນ ໃນ 4 ເມືອງ
- ເຊກອງ 7 ຄົນ ໃນ 3 ເມືອງ
- ຜົ້ງສາລີ 2 ຄົນ ໃນ 1 ເມືອງ
- ຄຳມ່ວນ 18 ຄົນ ໃນ 3 ເມືອງ
- ຫົວພັນ 4 ຄົນ ໃນ 1 ເມືອງ
- ສາລະວັນ 5 ຄົນ ໃນ 2 ເມືອງ
- ອັດຕະປື 6 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ. ປັດຈຸບັນ ມີຜູ້ຕິດເຊື້ອສະສົມໃນ ສປປ ລາວ ມີທັງໝົດ 94.554 ຄົນ ຄົນເຈັບຫາຍດີອອກໂຮງໝໍ ວັນທີ 15 ທັນວາ 2021 ຈຳນວນ 685 ຄົນ ກໍາລັງປິ່ນປົວ 12.228 ຄົນ ແລະ ເສຍຊີວິດສະສົມທັງໝົດ 262 ຄົນ (ໃໝ່ 6 ຄົນ) ສຳລັບຂໍ້ມູນຄົນທີ່ເສຍຊີວິດໃໝ່ທັງ 6 ຄົນ ລາຍລະອຽດດັ່ງນີ້:
- ເພດຍິງ ອາຍຸ 72 ປີ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
- ເພດຍິງ ອາຍຸ 38 ປີ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
- ເພດຊາຍ ອາຍຸ 67 ປີ ບ້ານໜອງຊາຍ ເມືອງຫຼວງພະບາງແຂວງຫຼວງພະບາງ
- ເພດຊາຍ ອາຍຸ 23 ປີ ບ້ານຂົວທີ່1 ເມືອງຫຼວງພະບາງ ແຂວງຫຼວງພະບາງ
- ເພດຍິງ ອາຍຸ 60 ປີ ບ້ານໂນນຄໍາ ເມືອງເລົ່າງາມ ແຂວງສາລະວັນ ແລະ
- ເພດຍິງ ອາຍຸ 30 ປີ ບ້ານປ່າຂາມ ເມືອງຫຼວງພະບາງ ແຂວງຫຼວງພະບາງ.
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ 1.123 ບ້ານ ໃນ 120 ເມືອງ ຈາກ 18 ແຂວງ ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 36 ບ້ານ ໃນ 25 ເມືອງ ຈາກ 14 ແຂວງ ແລະ ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ 1 ບ້ານ ໃນ 1 ເມືອງ. ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 272.424.119 (ໃໝ່ 723.500 ຄົນ) ເສຍຊິວິດທັງໝົດ 5.336.306 (ໃໝ່ 8,451 ຄົນ) ປີ່ນປົວຫາຍດີ 244.734.372 (ໃໝ່ 536.819 ຄົນ).
# ຂ່າວ – ພາບ : ຊິລິການດາ