​ ສ້າງທີມງານຄູເຝິກຄຽງຄູ່ກັບຄວາມສະເໝີພາບຍິງ-ຊາຍ

    ໃນລະຫວ່າງວັນທີ 23-24 ພະຈິກ 2021 ຜ່ານມາ ໄດ້ຈັດກອງປະຊຸມທົບທວນຄືນຂໍ້ມູນທີມຄູເຝິກຂັ້ນແຂວງ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ (ຮູບແບບທາງໄກ) ໂດຍເປັນປະທານຂອງທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ (ສສກ) ມີທ່ານຜູ້ຕາງໜ້າຈາກ ກົມຕ່າງໆທີ່ກ່ຽວຂ້ອງ ຈາກກະຊວງ ສສກ ວິທະຍາໄລຄູ 8 ແຫ່ງ ແລະ ພະແນກສຶກສາທິການ ແລະ ກີລາແຂວງ 18 ແຂວງ ຈຳນວນ 60 ທ່ານ ເຂົ້າຮ່ວມໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ບີຄວາ).

    ທ່ານ ເກດ ພັນລັກ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອທວນຄືນ ແລະ ປັບປຸງທີມຄູເຝິກຂັ້ນແຂວງ ໃນບັນດາ 18 ແຂວງທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ລວມທັງການປະຕິບັດກິດຈະກຳການພັດທະນາວິຊາຊີຍຄູຢ່າງຕໍ່ເນື່ອງ ທັງເປັນການກະກຽມຄວາມ ພ້ອມທາງດ້ານການວາງແຜນ ໃຫ້ກັບຄູເຝຶກໃຫ້ມີຄຸນນະພາບ ເຊິ່ງເປັນປັດໄຈສຳຄັນຂອງຜົນສຳເລັດຂອງກິດຈະກຳບຳລຸງຄູ ແລະ ການພັດທະນາຄູ.

    ໄລຍະກອງປະຊຸມ 2 ວັນນີ້ ຜູ້ເຂົ້າຮ່ວມຈະໄດ້ລາຍງານກ່ຽວກັບສິ່ງທີ່ທ້າທາຍ ແລະ ຜົນສຳເລັດ ລວມທັງບົດຮຽນຖອດຖອນໄດ້ຈາກການຈັດຕັ້ງເຝິກອົບຮົມຄູປະຈຳການໃນໄລຍະທີ່ຜ່ານມາ ແລະ ທົບທວນຄືນສະມາຊິກໃນທີມຄູເຝິກຂອງຕົນ ແລະ ການຄຳແນະນຳຈາກກົມສ້າງຄູ ກ່ຽວກັບຂັ້ນຕອນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຮັບປະກັນຄວາມເຂັ້ມແຂງ ມີປະສິດທິພາບ ມີຄຸນນະພາບສູງ ແລະ ໃຫ້ການຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ4 ນອກນີ້ ຕ້ອງໄດ້ຄຳນຶງເຖິງຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ໃນທີມຄູເຝິກຂອງຕົນ ເຊັ່ນດຽວກັນກັບຄວາມຕ້ອງການທີ່ພວກເຮົາຕ້ອງມີຕົວແທນຄູເຝິກທີ່ເປັນເພດຍິງ ເພື່ອຫຼຸດຜ່ອນຊ່ອງວ່າງລະຫວ່າງເພດ.

    ໃນປີນີ້ໄດ້ມີການກຳນົດເປົ້າໝາຍຄວາມສະເໝີພາບດ້ານບົດບາດ ຍິງ-ຊາຍ ໃຫ້ແຕ່ລະແຂວງ ໂດຍມີເປົ້າໝາຍເພື່ອເພີ່ມຈຳນວນສຳມະຊິກໃນທີມໃຫ້ເພີ່ມຂຶ້ນເປັນ 50% ຫຼື ໃກ້ຄຽງທີ່ສຸດ ແລະ ໃນເດືອນມີຖຸນາ 2022 ຄູເຝິກຂັ້ນແຂວງ ຈຳນວນ 600 ທ່ານ ຈາກແຂວງເປົ້າໝາຍ ຈະໄດ້ຮັບການເຝິກອົບຮົມການຈັດຕັ້ງປະຕິບັດຫຼັກສູດ ຂັ້ນ ປ4 ສະບັບປັບປຸງໃໝ່ ເປັນເວລາ 5 ວັນ ຈາກນັ້ນ ຈະໄດ້ດຳເນີນການເຝິກອົບຮົມໃຫ້ເເກ່ຄູປະຖົມສຶກສາ ຂັ້ນ ປ4 ຈຳນວນ 9.700 ທ່ານ ແລະ ຄູສຶກສານະເທດໃນເດືອນ ກໍລະກົດ ຫາ ເດືອນສິງຫາ 2022 ທີ່ຈະມາເຖິງ. 

# ຂ່າວ – ພາບ : ບຸນມີ

error: Content is protected !!