ເປີດການນຳໃຊ້ອາຄານເຝິກອົບຮົມວິຊາຊີບຊາວໜຸ່ມ

    ພິທີເປີດການນຳໃຊ້ອາຄານເຝິກອົບຮົມວິຊາຊີບຊາວໜຸ່ມ ພາຍໃຕ້ “ໂຄງການເສີມສ້າງໂອກາດທາງດ້ານສັງຄົມ ແລະ ເສດຖະກິດ ໃຫ້ກັບຊາວໜຸ່ມ ໃນ ສປປ ລາວ” ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ສະຖານທູດສະຫະພັນຣັດເຊຍ ປະຈຳລາວ ຈັດຂຶ້ນໃນວັນທີ 14 ທັນວາ 2021 ຢູ່ສູນເຝິກອົບຮົມວິຊາຊີບ ແຂວງຄຳມ່ວນ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ທ່ານ Vladimir KALANIN ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳລາວ ທ່ານນາງ Ricarda Rieger ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ UNDP ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ ແລະ ເສດຖະກິດໃຫ້ກັບຊາວໜຸ່ມໃນ ສປປ ລາວ ເປັນໂຄງການໜຶ່ງທີ່ຜັນຂະຫຍາຍຍຸດທະສາດເພື່ອການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ 2021-2030 ເຊິ່ງແບ່ງເປັນ 3 ຂົງເຂດຄື: ການສ້າງແຜນພັດທະນາທ້ອງຖິ່ນ ໂດຍອີງໃສ່ແຜນຜັນຂະຫຍາຍຍຸດທະສາດແຫ່ງຊາດ ການພັດທະນາຊາວໜຸ່ມ ແລະ ເຍົາວະຊົນ ການນຳໃຊ້ທ່າແຮງຂອງຊາວໜຸ່ມໃນທ້ອງ ຖິ່ນ ເພື່ອພັດທະນາທີ່ມີສ່ວນຮ່ວມຈາກທຸກຂະແໜງການ ໂດຍຍົກຄຸນນະພາບ ແລະ ຫຼຸດຜ່ອນຄວາມແຕກໂຕນໃນສູນພັດທະນາຊາວໜຸ່ມ-ເຍົາວະຊົນ ແລະ ການເສີມຂະຫຍາຍພັນທະ ແລະ ການມີສ່ວນຮ່ວມທາງສັງຄົມຂອງຊາວໜຸ່ມໃນລະດັບຜູ້ຕັດສິນບັນຫາ.

     ຈຸດປະສົງແມ່ນເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຊາວໜຸ່ມ ເພື່ອຊຸກຍູ້ທ່າແຮງໃຫ້ເຂົາເຈົ້າປະຕິບັດຕາມພາລະບົດບາດທີ່ສຳຄັນ ແລະ ສຳເລັດຜົນທາງດ້ານເສດຖະກິດ-ສັງຄົມ ພາຍໃຕ້ກອບນະໂຍບາຍຂອງຊາວໜຸ່ມໃນທົ່ວປະເທດ ແລະ ປະກອບສ່ວນຢ່າງແຂງແຮງເຂົ້າໃນການປະຕິບັດ 2 ວາລະແຫ່ງຊາດໃຫ້ປະສົບຜົນສຳເລັດເທື່ອລະກ້າວ. 

    ສໍາລັບອາຄານເຝິກອົບຮົມວິຊາຊີບຊາວໜຸ່ມແຂວງຄຳມ່ວນ ແມ່ນໄດ້ດຳເນີນການກໍ່ສ້າງໃນເດືອນມັງກອນ 2021 ແລະ ໄດ້ສຳເລັດໃນເດືອນພະຈິກ 2021 ເປັນອາຄານ 2 ຊັ້ນ ເບຕົງເສີມເຫຼັກ ມີຂະໜາດ 10×28 ແມັດ ແລະ ມີ 6 ຫ້ອງ ລວມມູນຄ່າການກໍ່ສ້າງ 220.000 ໂດລາສະຫະລັດ (ປະມານ 2,43 ຕື້ກີບ) ນອກນັ້ນ ຍັງມີງົບປະມານສໍາລັບການພັດທະນາຫຼັກສູດເຝິກອົບຮົມ ການຈັດຊື້ອຸປະກອນ ງົບປະ ມານບໍລິຫານ ແລະ ອື່ນໆ ລວມມູນຄ່າການຊ່ວຍເຫຼືອທັງໝົດ 329.000 ໂດລາສະຫະລັດ (ປະມານ 3,64 ຕື້ກີບ) ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ສະຖານທູດ ສະຫະພັນຣັດເຊຍ ປະຈຳລາວ ເຊິ່ງຄະນະຮັບຜິດຊອບຂັ້ນສູນກາງ ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ກະກຽມຄວາມພ້ອມທາງດ້ານຫຼັກສູດ ການເຝິກອົບຮົມວິຊາຊີບ ແລະ ພັດທະນາຫຼັກສູດວິຊາຊີບ ໂດຍໄດ້ແຕ່ງຕັ້ງພະນັກງານຂັ້ນແຂວງ ຄະນະຊາວໜຸ່ມຂັ້ນເມືອງ ເຂົ້າຮ່ວມເຝິກອົບຮົມ ເພື່ອມາເປັນຄູເຝິກຢູ່ພາຍໃນສູນດັ່ງກ່າວ ເຊິ່ງປະກອບມີ 6 ວິຊາຄື: ການລ້ຽງກົບ ລ້ຽງປາໃນໜອງຜ້າຢາງ ການລ້ຽງຈີ່ງຫຼີດ ການຂະຫຍາຍພັນພືດ ການປູກຜັກໃນຄົວເຮືອນ ການປູກເຫັດ ແລະ ໄດ້ສ້າງສະຖານທີ່ສຳລັບສາທິດທົດລອງການປູກພືດ ລ້ຽງສັດ. 

    ສຳລັບການເຝິກອົບຮົມໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ໃນກຸ່ມເປົ້າໝາຍຊຸດທຳອິດພາຍຫຼັງທີ່ເປີດນຳໃຊ້ ມີຈຳນວນ 20 ຄົນ ເຊິ່ງເປັນການເຝິກອົບຮົມໄລຍະສັ້ນ 3 ເດືອນ ຫຼັງຈາກທີ່ຈົບແລ້ວ ຈະໄດ້ຮັບໃບຢັ້ງຢືນ ພ້ອມທັງສ້າງເງື່ອນໄຂອຳນວຍໃຫ້ແກ່ຊາວໜຸ່ມ ໂດຍຜ່ານຄະນະໃຫ້ຄຳປຶກສາ ຜູ້ຊ່ຽວຊານ ຜູ້ປະກອບການ ຫົວໜ່ວຍທຸລະກິດທາງດ້ານກະສິກຳ ໃຫ້ຄຳແນະນຳ ແລະ ຈະໄດ້ມີການຕິດຕາມ ຊຸກຍູ້ໃຫ້ເຂົາເຈົ້າສາມາດນຳໄປປະກອບອາຊີບສາຂາວິຊາກະສິກຳ ໃນຂັ້ນຕໍ່ໄປ.

    ໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນສະແດງຄວາມຂອບໃຈມາຍັງສູນກາງ ສຊປ ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ສະຖານທູດສະຫະພັນຣັດເຊຍ ປະຈຳລາວ ທີ່ໃຫ້ການຊ່ວຍເຫຼືອເຂົ້າໃນການກໍ່ສ້າງສູນດັ່ງກ່າວ ເຊິ່ງສອດຄ່ອງກັບຂີດໝາຍຂອງລັດຖະບານ ກໍຄືແຂວງຄຳມ່ວນ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການສ້າງຊາວໜຸ່ມ-ໄວໜຸ່ມ ໃຫ້ມີຄວາມຮູ້ ທັກສະ ອາຊີບ ເພື່ອສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ພ້ອມດຽວກັນນີ້ ກໍຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ພັດທະນາສູນດັ່ງກ່າວ ໃຫ້ກາຍເປັນຕົວແບບໃນອະນາຄົດ.

# ຂ່າວ – ພາບ : ສີພອນ

error: Content is protected !!