ການຈັດຕັ້ງປະຕິບັດໂຄງການ MSME A2F-ESR ຍັງມີຄວາມຊັກຊ້າຍ້ອນການລະບາດຂອງໂຄວິດ-19

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ໃນນາມຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ໄດ້ຈັດກອງປະຊຸມຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການຄັ້ງທີ II ວັນທີ 13 ທັນວາ 2021 ທີ່ໂຮງແຮມຄຣາວ ພລາຊາ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ ຫົວໜ້າໂຄງການ MSME A2F-ESR ມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ ທະນາຄານໂລກ ແລະ ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ (ຜ່ານລະບົບປະຊຸມທາງໄກ). 

    ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນທ້າຍປີ 2021 ແລະ ແຜນການຈັດຕັ້ງປະຕິບັດໂຄງການໃນປີ 2022 ເມື່ອບໍ່ດົນມານີ້ ທະນາຄານໂລກໃນນາມຜູ້ໃຫ້ທຶນໄດ້ມີປະເມີນຜົນການຈັດຕັ້ງປະຕິບັດໂຄງການປະຈຳ 6 ເດືອນ ເຊິ່ງຜົນການປະເມີນ ໄດ້ຊີ້ໃຫ້ເຫັນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການທີ່ເປັນທີ່ໜ້າເພິ່ງພໍໃຈ ເຖິງວ່າການຈັດຕັ້ງປະຕິບັດໂຄງການຈະພົບຄວາມຊັກຊ້າ ເນື່ອງຈາກຜົນກະທົບຂອງໂຄວິດ-19 ເຮັດໃຫ້ຫຼາຍກິດຈະກໍາບໍ່ສາມາດປະຕິບັດຕາມຂອບເວລາທີ່ກໍານົດໄວ້ ບາງກິດຈະກໍາກໍໄດ້ເລື່ອນໄປແບບບໍ່ມີກໍານົດ ພ້ອມກັນນັ້ນ ການໂອນເງິນໃຫ້ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການກໍເລື່ອນອອກໄປ ຍ້ອນເປັນໂຄງການທໍາອິດທີ່ປະຕິບັດລະບຽບການໃໝ່ດ້ານສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ ພ້ອມດຽວກັນນັ້ນ ກໍໄດ້ສະເໜີໄປຍັງທະນາຄານໂລກຊ່ວຍແກ້ໄຂບັນຫາຕ່າງໆທີ່ເປັນສິ່ງອຸດຕັນເພື່ອເຮັດໃຫ້ສາມາດໂອນເງິນໃຫ້ບັນດາທະນາຄານທຸລະກິດໄດ້ໂດຍໄວ ເພື່ອໃຫ້ສາມາດຊ່ວຍ MSMEs ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍທັນສະພາບການຕາມຈຸດປະສົງຂອງໂຄງການ.

     ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜູ້ອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮອງຫົວໜ້າໂຄງການ MSME A2F-ESR ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນທ້າຍປີ ສະເໜີແຜນການຈັດຕັ້ງປະຕິບັດໂຄງການປະຈໍາປີ 2022 ຈາກນັ້ນ ກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຂໍ້ຄິດເຫັນ ແລະ ຂໍ້ສະເໜີ ເພື່ອຊອກຫາວິທີຮັບມືກັບສິ່ງທ້າທາຍຕ່າງໆຂອງການຈັດຕັ້ງປະຕິບັດໂຄງການ ເພື່ອຖອດຖອນບົດຮຽນໃຫ້ການຈັດຕັ້ງປະຕິບັດໂຄງການໃນປີຕໍ່ໜ້າສາມາດບັນລຸເປົ້າໝາຍທີ່ວາງໄວ້ ນອກຈາກນີ້ກອງປະຊຸມໄດ້ຮັບຮອງແຜນງານໂຄງການປະຈໍາປີ 2022 ອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!