ຄາດຄະເນໝົດປີເສດຖະກິດ ນວ ຈະຂະຫຍາຍຕົວໃນລະດັບ 4,13%

  ທ່ານ ອາດສະພັງ ທອງສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຄາດຄະນະໝົດປີ 2021 ແລະ ທິດທາງແຜນການປີ 2022 ຕໍ່ກອງປະຊຸມສະໄໝສາກັນເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ  (ສປ ນວ) ໃນວັນທີ 14 ທັນວາ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນວ່າ:  ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19- ຮອບໃໝ່ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ ນວ ຢ່າງຫຼີກລ່ຽງບໍ່ໄດ້ ແລະ ແກ່ຍາວເວລາຫຼາຍກວ່າຮອບທີ1 ບວກໃສ່ຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ ບັນຫາໜີ້ສິນ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ນວ ໃນປີ 2021  ເຮັດໃຫ້ການເຕີບໂຕດ້ານເສດຖະກິດ  ເຊິ່ງຄາດຄະເນວ່າການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ໝົດປີ 2021 ຂອງ ນວ ຈະຂະຫຍາຍຕົວຢູ່ໃນລະດັບ 4,13% (ມະຕິສະພາບໍ່ໃຫ້ຫຼຸດ 6,5%) ຈະມີມູນຄ່າໃນປີປະມານ 57.953 ຕື້ກີບ (ມະຕິສະພາ 59.270 ຕື້ກີບ) ສະເລ່ຍຕໍ່ຫົວຄົນຈະບັນລຸໄດ້ 6.027 ໂດລາສະຫະລັດ (ມະຕິສະພາ 6.610 ໂດລາສະຫະລັດ) ໃນນີ້ ຂະເເໜງກະສິກໍາ ຄາດວ່າຈະຂະຫຍາຍຕົວ 3,28% ກວມເອົາ 14,86% ຂອງ GDP (ມະຕິສະພາ 4% ກວມເອົາ 14%) ຂະເເໜງອຸດສາຫະກຳ ຄາດວ່າຈະຂະຫຍາຍຕົວ 6,25% ກວມເອົາ 50,04% ຂອງ GDP (ມະຕິສະພາ 8,5% ກວມເອົາ 49%) ຂະເເໜງບໍລິການ ຄາດວ່າຈະຂະຫຍາຍຕົວ 1,24% ກວມເອົາ 35,09% ຂອງ GDP (ມະຕິສະພາ 5,2%, ກວມເອົາ 37%).

   ສຳລັບປັດໄຈທີ່ຊຸກຍູ້ການຂະຫຍາຍຕົວຄື:ຂະແໜງການກະສິກຳ ການປູກຝັງ ຂະຫຍາຍຕົວ 2,77% ກວມເອົາ 6,03% ລວມເປັນມູນຄ່າ 3.493,42 ຕື້ກີບ ການລ້ຽງສັດ ຂະຫຍາຍຕົວ 3,19% ກວມເອົາ 6,63% ລວມເປັນມູນຄ່າ 3.840,42 ຕື້ກີບ ແລະ ການປະມົງຂະຫຍາຍຕົວ 4,91% ກວມເອົາ 2,1% ລວມເປັນມູນຄ່າ 1.278,65 ຕື້ກີບ ຂະແໜງອຸດສາຫະກຳ: ດ້ານການຜະລິດອຸດສາຫະກຳ ຂະຫຍາຍຕົວ 5,98% ກວມເອົາ 32,85% ລວມເປັນມູນຄ່າ 19.035,55 ຕື້ກີບ ດ້ານການຜະລິດຫັດຖະກຳ ຂະຫຍາຍຕົວ 4,97% ກວມເອົາ 0,26% ລວມເປັນມູນຄ່າ 150,04 ຕື້ກີບ ດ້ານການອຸດສາຫະກຳໄຟຟ້າ ແລະ ນ້ຳປະປາ ຂະຫຍາຍຕົວ 4,28% ກວມເອົາ 0,08%  ລວມເປັນມູນຄ່າ 46,34 ຕື້ກີບ ແລະ ດ້ານການກໍ່ສ້າງ ຂະຫຍາຍຕົວ 6,69% ກວມເອົາ 16,86% ລວມເປັນມູນຄ່າ 9.768,64 ຕື້ກີບ ຂະເເໜງບໍລິການ: ການຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງຂະຫຍາຍຕົວ 2,9%, ກວມເອົາ 16,25% ລວມເປັນມູນຄ່າ 9.416,46 ຕື້ກີບ ໂຮງແຮມ ແລະ ຮ້ານອາຫານ ທ່ອງທ່ຽວ ຫຼຸດລົງ 5,34% ກວມເອົາ 0,2% ລວມເປັນມູນຄ່າ 113,07 ຕື້ກີບ ດ້ານການຄົມມະນາຄົມຂົນສົ່ງ ແມ່ນມີການຂະຫຍາຍຕົວ 1,30% ກວມເອົາ 15,04% ລວມເປັນມູນຄ່າ 8.719,03 ຕື້ກີບ ທະນາຄານ ແມ່ນມີການຂະຫຍາຍຕົວ 2,58% ກວມເອົາ 0,14% ລວມເປັນມູນຄ່າ 81,33 ຕື້ກີບ ດ້ານການເງິນ ແລະ ການປະກັນໄພ ແມ່ນມີການຂະຫຍາຍຕົວ 0,18% ກວມເອົາ 0,86% ລວມເປັນມູນຄ່າ 499,82 ຕື້ກີບ ແລະ ການບໍລິການອື່ນໆ ແມ່ນມີການຂະຫຍາຍຕົວ 2,04% ກວມເອົາ 1,80% ລວມເປັນມູນຄ່າ 1.045,97 ຕື້ກີບ ແລະ ພາສີ-ອາກອນຜະລິດຕະພັນ ຈະຂະຫຍາຍຕົວ 2,10% ກວມເອົາ 0,8% ລວມເປັນມູນຄ່າ 464,89 ຕື້ກີບ.

     ດ້ານເງິນຕາ:ອັດຕາເງິນເຟີ້ລວມສະເລ່ຍ 9 ເດືອນ ປີ 2021 ຢູ່ໃນລະດັບ 3,02% ສະເພາະເດືອນ ກັນຍາ ຢູ່ໃນລະດັບ 5,13% ດ້ານງົບປະມານ: ເຖິງວ່າຈະພົບບັນຫາຫຍຸ້ງຍາກຫຼາຍດ້ານແຕ່ ນວ ກໍໄດ້ອອກນະໂຍບາຍຊຸກຍູ້ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເຊິ່ງສາມາດປະຕິບັດໄດ້ສະເພາະ ດ້ານລາຍຮັບ: ມາຮອດວັນທີ 30 ພະຈິກ 2021 ສາມາດປະຕິບັດຄາດໝາຍຕົວເລກລາຍຮັບ ແລະ ລາຍຈ່າຍ ປະຈຳປີ 2021 ລວມພູດສູນກາງ+ນະຄອນຫຼວງ ສາມາດປະຕິບັດໄດ້ທັງໝົດ 3.849,40 ຕື້ກີບ ທຽບໃສ່ແຜນການປີ (5.098,73 ຕື້ກີບ) ເທົ່າກັບ 75,50% ຄາດຄະເນໝົດປີຈະປະຕິບັດໄດ້ 4.497,84 ຕື້ກີບ ເທົ່າກັບ 88,21% ຂອງແຜນການປີ.

   ສໍາລັບລາຍຮັບພູດ ນວ ສາມາດປະຕິບັດໄດ້ 1.101,90 ຕື້ກີບ ເທົ່າກັບ 78,78% ຂອງແຜນການປີ ຄາດຄະເນໝົດປີປະຕິບັດໄດ້ 1.278,84 ຕື້ກີບ ເທົ່າກັບ 91,43% ດ້ານລາຍຈ່າຍໃນ 11 ເດືອນ ປະຕິບັດລາຍຈ່າຍທັງໝົດ 572,71 ຕື້ກີບ ທຽບໃສ່ແຜນການປີ (ບໍ່ໃຫ້ເກີນ 717,10 ຕື້ກີບ) ເທົ່າກັບ 79,86% (ຄາດຄະເນໝົດປີຈະປະຕິບັດໄດ້ 707,41 ຕື້ກີບ ເທົ່າກັບ 98,65% ຂອງແຜນການປີ)  ການດຸ່ນດ່ຽງ: ດຸ່ນດ່ຽງໃຫ້ສູນກາງປະມານ 585,30 ຕື້ກີບ ເທົ່າກັບ 74,40% ຂອງແຜນການປີ (689,49 ຕື້ກີບ) ຄາດຄະເນໝົດປີ ຈະປະຕິບັດໄດ້ 676,51 ຕື້ກີບ ເທົ່າກັບ 85,99% ຂອງແຜນການປີ.

    ມູນຄ່າການນໍາເຂົ້າ-ສົ່ງອອກ ມູນຄ່ານໍາເຂົ້າປະຕິບັດໄດ້ 1.456,06 ລ້ານໂດລາສະຫະລັດ ຄາດຄະເນໝົດປີ ຈະປະຕິບັດໄດ້ 1.941,41 ລ້ານໂດລາສະຫະລັດ ທຽບໃສ່ປີທີ່ຜ່ານມາ ແມ່ນເພີ່ມຂື້ນ 12,63%. (ມະຕິສະພາບໍ່ໃຫ້ເກີນ 8%) ມູນຄ່າການສົ່ງອອກ: ປະຕິບັດໄດ້ 1.217,33 ລ້ານໂດລາສະຫະລັດ ຄາດຄະເນໝົດປີ ຈະປະຕິບັດໄດ້1.623,11 ລ້ານໂດລາສະຫະລັດ ທຽບໃສ່ປີທີ່ຜ່ານມາ ເພີ່ມຂື້ນ 1 ເທົ່າໂຕ (ມະຕິສະພາ ບໍ່ໃຫ້ຫຼຸດ 18%) ຂາດດຸນການຄ້າ 238,73 ລ້ານໂດລາສະຫະລັດ.

    ດ້ານເເຫຼ່ງທຶນເພື່ອການພັດທະນາ ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 21.152,47 ຕື້ກີບ ປະຕິບັດໄດ້ລື່ນແຜນ 69,21% (ມະຕິສະພາ12,5 ຕື້ກີບ) ໃນນັ້ນ ການລົງທຶນຂອງລັດໃນ 9 ເດືອນ ໄດ້ຄົ້ນຄວ້າອອກໃບຢັ້ງຢືນຊຳລະໃຫ້ບັນດາໂຄງການໄດ້ທັງໝົດ 878 ໂຄງການ ລວມເປັນມູນຄ່າທັງໝົດ 91,19 ຕື້ກີບ ເທົ່າກັບ 75,49% ຂອງແຜນການປີ (120,79 ຕື້ກີບ) ຄາດຄະເນໝົດປີ ຈະປະຕິບັດໄດ້ຕາມແຜນທີ່ວາງໄວ້ ໃນນັ້ນ: ທຶນບ້ວງປົກກະຕິ 221 ໂຄງການມູນຄ່າ 30,01 ຕື້ກີບ ບ້ວງເລື່ອນຈ່າຍໃນປີ 2020 ມາຈ່າຍໃນປີ 2021 ຈຳນວນ 383 ໂຄງການ ເທົ່າກັບ 25,23 ຕື້ກີບ ບ້ວງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 4 ໂຄງການ ມູນຄ່າ 2,13 ຕື້ກີບແລະ ຊຳລະໜີ້ສີນດ້ວຍເງິນເກີນແຜນຂອງປີ 2020 ຈຳນວນ 270 ໂຄງການ ມູນຄ່າ 33,82 ຕື້ກີບ   

     ນອກຈາກນີ້ ຍັງໄດ້ຊຳລະໜີ້ສິນໂຄງການລົງທຶນຂອງລັດ ດ້ວຍບ້ວງອວ່າຍໜີ້ສາມແຈ 32 ໂຄງການມູນຄ່າ 208,01 ຕື້ກີບ ແລະ ບ້ວງພັນທະບັດ 73 ໂຄງການ ມູນຄ່າ 184,62 ຕື້ກີບ ການລົງທຶນຂອງ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ: ໄດ້ອອກອະນຸຍາດການລົງທຶນ ທັງໝົດ 2.153 ຫົວໜ່ວຍ ມີມູນຄ່າອະນຸຍາດການລົງທຶນທັງໝົດ 77.054,44 ຕື້ກີບ (ຄາດຄະເນການນຳເຂົ້າທຶນ ປະມານ 11.593,48 ຕື້ກີບ) ທຽບໃສ່ແຜນການປີ (10.000 ຕື້ກີບ) ປະຕິບັດໄດ້ລື່ນແຜນ15,93% ໃນນີ້: ໄດ້ເຊັນສັນຍາສໍາປະທານເນື້ອທີ່ດິນລັດ ແລະ ອອກອະນຸຍາດ ການລົງທຶນກິດຈະການທົ່ວໄປໃນບັນຊີຄວບຄຸມ ທັງໝົດ 63 ໂຄງການ ມີມູນຄ່າ 1.998,02 ຕື້ກີບ (ຂັ້ນສູນກາງອອກອະນຸຍາດ 33 ໂຄງການ ມີມູນຄ່າ 321,44 ຕື້ກີບ ຂັ້ນນະຄອນຫຼວງ ອອກອະນຸຍາດ 30 ໂຄງການ ມີມູນຄ່າ 1.676,57 ຕື້ກີບ) ການຊ່ວຍເຫຼືອທາງການ ເພື່ອການພັດທະນາ: ປະຕິບັດໄດ້ 10 ໂຄງການ ເປັນທຶນທັງໝົດ 453,83 ຕື້ກີບ ເທົ່າກັບ 90,76% ຂອງແຜນການປີ (500 ຕື້ກີບ) ຄາດຄະເນໝົດປີ ຈະປະຕິບັດໄດ້ 848,83 ຕື້ກີບ ການລົງທຶນໃນຮູບແບບສິນເຊື່ອຈາກທະນາຄານ: ປະຕິບັດໄດ້ 9.013,96 ຕື້ກີບ ທຽບໃສ່ແຜນການປີ (1.800 ຕື້ກີບ) ປະຕິບັດໄດ້ລື່ນແຜນ 4 ເທົ່າ.

error: Content is protected !!