ອາຊຽນ ແລະ ກຸ່ມປະເທດ G7 ປືກສາຫາລືແລກປ່ຽນບົດຮຽນທີ່ດີນໍາກັນ

    ວັນທີ 12 ທັນວາ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຮ່ວມກັບລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາຂອງກຸ່ມປະເທດ G7 ເຊິ່ງຈັດຂຶ້ນໃນຮູບແບບປະສົມ ແບບຊຶ່ງໜ້າ ທີ່ປະເທດອັງກິດ ແລະ ເຂົ້າຮ່ວມແບບທາງໄກ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ບັນດາລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາຂອງກຸ່ມປະເທດ G7 ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

    ກອງປະຊຸມຄັ້ງນີ້ ເປັນກອງປະຊຸມລັດຖະມົນຕີຄັ້ງທໍາອິດ ລະຫວ່າງອາຊຽນ ແລະ G7 ເຊິ່ງໄດ້ປືກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນໍາກັນ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການແຈກຢາຍວັກຊີນຕ້ານພະຍາດໂຄວິດ-19 ແລະ ການສຶກສາຄວາມເປັນໄປໄດ້ໃນການຂະ ຫຍາຍຖານການຜະລິດວັກຊີນ ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນນີ້ ອາຊຽນ ແລະ ກຸ່ມປະເທດ G7 ຈະສຸມໃສ່ຮ່ວມມືກັນໃນການຟື້ນຟູເສດຖະກິດຮອບດ້ານ ການຮັບປະກັນຕ່ອງໂສ້ການຜະລິດ ແລະ ການສະໜອງສິນຄ້າ ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.

    ໃນໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດອາຊຽນ ແລະ ກຸ່ມປະເທດ G7 ຕໍ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງການຊ່ວຍເຫຼືອຜ່ານໂຄງການຢາວັກຊີນສາກົນ ຫຼື COVAX ພ້ອມນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກຸ່ມປະ ເທດ G7 ສືບຕໍ່ສະໜັບສະໜູນອາຊຽນໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ແກ້ໄຂຜົນກະທົບ ກໍຄືຄວາມກຽມພ້ອມໃນການຮັບມືກັບພະຍາດລະບາດ ແລະ ສິ່ງທ້າທາຍອື່ນໆໃນອະນາຄົດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!