ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສປ ນວ ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ວັນທີ 14-17 ທັນວາ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ຊຸດທີ II ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງປະທານສະພາປະຊົນ ນວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ແຕ່ລະເຂດເລືອກຕັ້ງ ການນໍານະຄອນຫຼວງ ອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງເມືອງ ເຂົ້າຮ່ວມຜ່ານລະບົບທາງໄກ.

    ທ່ານ ອານຸພາບ ຕຸນາລົມ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງນະຄອນຫຼວງຄື:ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານ ເຈົ້າຄອງນະຄອນຫຼວງ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 11 ເດືອນ ແລະ ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປີ 2022 ຂອງ ນວ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກກາງ ປະຈໍາປີ 2021 ທິດທາງແຜນການປະຈໍາປີ 2022 ແລະ ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະ ມານຂາດຕົວ ປະຈໍາປີ 2020 ຂອງນະຄອນຫຼວງວຽງຈັນ ແລະ ບົດລາຍງານຜົນການກວດສອບ ເອກະສານ ການເງິນ ຂອງລັດວິສາຫະກິດລັດລົງທຶນ ປະຈໍາປີ 2019 ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນ ສານປະຊາຊົນພາກກາງ ແລະ ຂອງອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງສະພາປະຊາຊົນ ນວ ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດນະຄອນຫຼວງ ຕໍ່ການປະຕິບັດໜ້າທີ່ຂອງສະພາ ປະຊາຊົນ ນວ. ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນ ຄື: ການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນໄລຍະຜ່ານມາ ແລະ ທິດທາງ ແຜນການ ປີ 2022 ລວມທັງນິຕິກໍາທີ່ກ່ຽວຂ້ອງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ຢູ່ ນວ ໃນໄລຍະຜ່ານມາ ແລະ ທິດທາງແຜນການປີ 2022 ລວມທັງນິຕິກໍາທີ່ກ່ຽວຂ້ອງການຈັດ ຕັ້ງປະຕິບັດບັນດາໂຄງການພັດທະນາຄື: ໂຄງການພັດທະນາທີ່ດິນໜອງແປນ ໂຄງການໜອງບົວໃໝ່ ໂຄງການ ກໍ່ສ້າງເສັ້ນທາງຕັດໃໝ່ ແຕ່ບ້ານດອນນົກຂຸ້ມ-ບ້ານດອນກອຍ-ບ້ານຊຽງດາ-ດົງໂພສີ ເຊື່ອມຕໍ່ໃສ່ເສັ້ນທາງ 450 ປີ ການພັດທະນາໂຄງການເຂື່ອນໄຟຟ້າອະເນກປະສົງ 05 ເມກະວັດ ຢູ່ນໍ້າສັງ ເຂດບ້ານວັງມ້າ ເມືອງສັງທອງ ໂຄງການຂະຫຍາຍໂຮງງານນໍ້າປະປາຈີ່ນາຍໂມ້ ແລະ ລະບົບທໍ່ສົ່ງຂອງນະຄອນຫຼວງ ແລະ ໂຄງການ ພັດທະນາຕົວເມືອງທັນສະໄໝ (Smart City) ນະຄອນຫຼວງວຽງຈັນ 450 ປີການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການພັດທະນາຄື: ໂຄງການພັດທະນາທ່າບົກ-ທ່ານາ ແລ້ງ ແລະ ເຂດໂລຈິສຕິກ ໂຄງການທາງດ່ວນວຽງຈັນໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 2 ການຈັດຕັ້ງ ປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄ ວິດ-19 ໄລຍະ ຜ່ານມາ ແລະ ທິດທາງແຜນການແກ້ໄຂໃນປີ 2022 ຕິດພັນກັບການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານ ລາວ ແລະ ການຈັດຕັ້ງປະຕິບັດການຮຽນການສອນ ໃນລະບົບສາມັນສຶກສາ ສົກປີ 2021-2022 ໃນໄລຍະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງ ແລະ ອື່ນໆ.

# ຂ່າວ – ພາບ :  ລັດເວລາ + ບຸນມີ

error: Content is protected !!