ອາຊຽນ-ຈີນ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືດ້ານຕ່າງໆ

    ວັນທີ 11 ທັນວາ 2021 ຜ່ານມາ ຢູ່ສະຖາບັນການຕ່າງປະເທດ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີຄັງປັນຍາລະດັບສູງ ຈີນ-ອາຊຽນ “China-ASEAN High Level Think Tank Forum”.

    ໃນກອງປະຊຸມ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວຄຳປາໄສ ໂດຍໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມມືເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະຫວ່າງ ອາຊຽນ-ຈີນ ຕະຫຼອດໄລຍະ 30 ປີຜ່ານມາ ໂດຍຄຳນຶງເຖິງຕ່າງຝ່າຍຕ່າງມີຜົນປະໂຫຍດ ໂອກາດກອງປະຊຸມລະນຶກການສ້າງຕັ້ງຄູ່ຮ່ວມມືອາຊຽນ-ຈີນ ຄົບຮອບ 30 ປີທີ່ຜ່ານມາ ສອງຝ່າຍໄດ້ຕົກລົງສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຈີນ ເຊິ່ງເປັນການເປີດສັງກາດໃໝ່ຂອງການຮ່ວມມືອາຊຽນ-ຈີນ ສົ່ງເສີມຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກອງປະຊຸມດັ່ງກ່າວນີ້ ຍັງເປັນການຮັດແໜ້ນການພົວພັນລະຫວ່າງອາຊຽນ-ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືໃນດ້ານຕ່າງໆເຊັ່ນ: ດ້ານເສດຖະກິດ ການຄ້າ-ການລົງທຶນ ແລະ ດ້ານວັດທະນະທຳ-ສັງຄົມ ໃຫ້ປາກົດຜົນເປັນຈິງ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຂົງເຂດອາຊຽນ ແລະ ຈີນ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!