ແຜນງານ CEGGA-GIZ ລາວ ແມ່ນແຜນງານທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ປະເທດເຢຍລະມັນ ແລະ ປະເທດສະວິດ ໄດ້ສະໜັບສະໜູນກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດພິທີລະນຶກເຖິງວັນຮັບຮອງເອົາຖະແຫຼງການສາກົນວ່າດ້ວຍສິດທິມະນຸດ ຄົບຮອບ 73 ປີ ໃນວັນທີ 10 ທັນວາ ທີ່ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວ ເປັນປະທານໂດຍທ່ານ ດວງມະນີ ຍອດສີອຸດົມ ຫົວຫນ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ. ຈຸດປະສົງຂອງງານແມ່ນເພື່ອເພີ່ມທະວີຄວາມຮັບຮູ້ກ່ຽວກັບຖະແຫຼງການສາກົນ ວ່າດ້ວຍສິດທິມະນຸດ ແລະ ບາງສົນທິສັນຍາກົນທີ່ ສປປ ລາວ ເປັນພາຄີ ພ້ອມທັງບັນດາຂໍ້ສະເໜີແນະພາຍໃຕ້ການທົບທວນປະຈຳໄລຍະດ້ານສິດທິມະນຸດປະຈຳຮອບວຽນທີີ່ 3. ໃນງານດັ່ງກ່າວ ມີຄູອາຈານ ແລະ ນັກສຶກສາຫຼາຍກວ່າ 50 ທ່ານ ຈາກສະຖາບັນຍຸຕິທຳແຫ່ງຊາດ ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະ ຍາໄລແຫ່ງຊາດລາວໄດ້ເຂົ້າຮ່ວມ.

ໃນງານນີ້ ຍັງເປັນເວທີສຳລັບການແລກປ່ຽນ ແລະ ຊີ້ແຈງບາງບັນຫາທີ່ຕິດພັນກັບສົນທິສັນຍາສາກົນ ແລະ ຂໍ້ສະເໜີແນະຕ່າງໆຂອງສາກົນຕໍ່ ສປປ ລາວ ໃນຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ ປະຈຳຮອບວຽນທີ 3.
# ຂ່າວ – ພາບ : ໄຊບັນດິດ